• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປບຣຸກແຊນ,ເຂົ້າຮ່ວມ ASEM 12, ເຮັດວຽກຢູ່ EU, ຢ້ຽມຢາມແບນຊິກຢ່າງເປັນທາງການ

      ຕອນບ່າຍວັນທີ 16 ຕຸລາ, (ຕອນຄ່ຳວັນດຽວກັນຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນທະຫານ Melsbroek, ນະຄອນຫຼວງບຣຸກແຊນ, ປະເທດແບນຊິກ

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ
ທ່ານນາຍົກລັດຖະມົນຕີແບນຊິກ Charles Michel)
      ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ - ເອີລົບ (ASEM) ຄັ້ງທີ 12, ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພາບເອີລົບ (EU) ແລະ ຢ້ຽມຢາມລາຊະອານາຈັກແບນຊິກ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານສະພາເອີລົບ Donald Tusk, ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ແລະ ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກແບນຊິກ Charles Michel. ການຢ້ຽມຢາມດຳເນີນໃນລະຫວ່າງວັນທີ 16 – 19 ຕຸລາ.
        ພາຍຫຼັງໄປຮອດນະຄອນຫຼວງບຣຸກແຊນ (ແບນຊິກ), ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ໄດ້ເປັນປະທານພິທີຕ້ອນຮັບຄະນະ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການເຈລະຈາ.
        ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດກະສິກຳ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການຄົມມະນາຄົມຂົນສົ່ງ; ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດຂອງກັນ, ໂດຍສະເພາະແມ່ນໃນສະພາບທີ່ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EU ໃກ້ຈະໄດ້ຮັບການລົງນາມ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງປັນວ່າ, 2 ຝ່າຍຄວນເນັ້ນໜັກເຖິງບັນຫາພັດທະນາການສຶກສາຂັ້ນມະຫາວິທະຍາໄລເພື່ອແລກປ່ຽນບັນດາບົດຮຽນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ຫວຽດນາມ; ຢືນຢັນວ່າ ການຮ່ວມມືຮອບດ້ານ, ມີປະສິດທິຜົນແມ່ນເປົ້າໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງ 2 ປະເທດ. ທີ່ການເຈລະຈາ, ແບນຊິກ ໄດ້ເປັນເອກະພາບຈະໜູນຊ່ວຍໃຫ້ແກ່ຫວຽດນາມ ເພື່ອຊຸກຍູ້ການລົງນາມໃນສັນຍາການຄ້າເສລີຫວຽດນາມ - EU, ຜ່ານນັ້ນສ້າງເງື່ອນໄຂພັດທະນາດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ.
        ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ໃນເອກະສານຮ່ວມມື 2 ຝ່າຍບາງສະບັບໃນບັນດາຂົງເຂດຄື: ກະສິກຳ, ສຸຂະອະນາໄມດ້ານອາຫານ, ທ່າກ່ຳປັ່ນ ແລະ ບາງຂົງເຂດອື່ນໆຂອງບັນດາອົງການ, ວິສາຫະກິດ.
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Charles Michel ໄດ້ຈັດການປະຊຸມຂ່າວຕໍ່ສື່ມວນຊົນເພື່ອແຈ້ງໝາກຜົນບາງຢ່າງຂອງການເຈລະຈາ. ທີ່ການປະຊຸມຂ່າວ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກວ່າ, ການເຈລະຈາບັນລຸໄດ້ຜົນສຳເລັດຢ່າງດີງາມ ແລະ 2 ຝ່າຍໄດ້ເປັນເອກະພາບນຳກັນວ່າຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. 2 ຝ່າຍພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດບັນດິດ, ການສຶກສາບຳລຸງສ້າງ ແລະ ແລກປ່ຽນການຮ່ວມມືໃນຂົງເຂດດັ່ງກ່າວ. 2 ຝ່າຍກໍ່ປຶກສາຫາລືກ່ຽວກັບຂອບເຂດການຊຸກຍູ້ບັນດາສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EU). 2 ປະເທດຈະພ້ອມກັນໜູນຊ່ວຍເພື່ອຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ; ພ້ອມກັນຄັດຄ້ານບັນດາການກະທຳພຽງລຳຟັງຝ່າຍດຽວ, ລະເມີດສັນຕິພາບ, ກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top