• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບັນດາປະເທດເຂົ້າຮ່ວມ WEF – ASEAN 2018

ວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີສີລັງກາ Ranil Wickremesinghe, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ WEF – ASEAN ໃນລະຫວ່າງວັນທີ 11 – 13 ກັນຍາ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີສີລັງກາ Ranil Wickremesinghe)
 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີສີລັງກາ ໄດ້ເຫັນດີຈັດຕັ້ງກອງປະຊຸມອະນຸກຳມະການການຄ້າປະສົມຄັ້ງທີ 2 ຢູ່ຫວຽດນາມ ໂດຍໄວ ເພື່ອກວດກາຄືນ ແລະ ວາງອອກບັນດາມາດຕະການລະອຽດເພື່ອແນໃສ່ນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ລື່ນກາຍຄາດໝາຍ 1 ຕື້ USD; ສະຫງວນບຸລິມະສິດ ແລະ ສ້າງເງື່ອນໄຂສະດວກເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆຄື: ການສຶກສາ - ບຳລຸງສ້າງ, ໂທລະຄົມມະນາຄົມ, ການສື່ສານ ແລະ ດີຈີຕອນ.

        ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີຈີນ ຫຸຈວນຄວາ, ທ່ານນາຍົກລັດຖະມົນຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຕັ້ງໜ້າແລກປ່ຽນ, ຜັນຂະຫຍາຍບັນດາມາດຕະການຊຸກຍູ້ດ້ານການຄ້າ 2 ຝ່າຍ. ຝ່າຍຈີນ ສ້າງເງື່ອນໄຂສະດວກໃນການນຳເຂົ້າບັນດາຜະລິດຕະພັນຂອງຫວຽດນາມ; ລົງທຶນຢູ່ຫວຽດນາມ ບັນດາໂຄງການເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ; ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດຄື: ຄົມມະນາຄົມຂົນສົ່ງ, ກະສິກຳ, ສິ່ງແວດລ້ອມ, ວິທະຍາສາດ - ເຕັກໂນໂລຊີ… ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຄວນສືບຕໍ່ປະຕິບັດຄວາມເຫັນດີລວມຂອງການນຳຂັ້ນສູງ 2 ປະເທດຢ່າງເຂັ້ມງວດ, “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລຫວຽດນາມ - ຈີນ”; ເຄົາລົບຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ ເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກເພີ່ມທະວີການຮ່ວມມືອາຊຽນ - ຍີ່ປຸ່ນ ແລະ ແມ່ຂອງ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ເອົາໃຈໃສ່ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດລະຫວ່າງ 2 ປະເທດ; ສືບຕໍ່ສະໜອງທຶນກູ້ຢືມ ODA ໃຫ້ແກ່ຫວຽດນາມ; ສົມທົບກັນປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP…

        ໃນຂະນະນັ້ນ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung Wha, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາການພົວພັນ, ພົບປະຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍູ້ໄວການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດໃຫ້ແທດຈິງ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ສ.ເກົາຫຼີ ຈະມີບັນດາມາດຕະການໜູນຊ່ວຍຫວຽດນາມ ຜັນຂະຫຍາຍລັດຖະບານເອເລັກໂຕນິກໂດຍໄວ; ສະເໜີໃຫ້ກະຊວງການຕ່າງປະເທດສ.ເກົາຫຼີ ເອົາໃຈໃສ່ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top