• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ມານະພະຍາຍາມຫຼຸດຜ່ອນບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 F0 ມີອາການເປົ່າຫັນເປັນເຈັບໜັກ

      ໃນໄລຍະຜ່ານມາ ທາງນະຄອນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ແຕ່ກໍ່ຕ້ອງມານະພະຍາຍາມກວ່າອີກ ເພື່ອແຍກຕົວຜູ້ຕິດເຊື້ອ F0 ອອກຈາກຊຸມຊົນ.
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ)
      ຕອນບ່າຍວັນທີ 19 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເຮັດວຽກກັບນະຄອນ ໂຮ່ຈີມິນ ກ່ຽວກັບວຽກງານຮັບມືກັບໂລກລະບາດ ແລະ ບັນຫາສັກວັກຊິນ.
        ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລ້ວ, ໃນໄລຍະຜ່ານມາ ທາງນະຄອນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ແຕ່ກໍ່ຕ້ອງມານະພະຍາຍາມກວ່າອີກ ເພື່ອແຍກຕົວຜູ້ຕິດເຊື້ອ F0 ອອກຈາກຊຸມຊົນ. ທາງນະຄອນກໍ່ກະກຽມບັນດາສູນຮັບຜູ້ຕິດເຊື້ອພະຍາດໂຄວິດ-19 F0 ດ້ວຍຈຳນວນຫຼາຍ. ກ່ຽວກັບວຽກງານວິໄຈຫາເຊື້ອຢູ່ນະຄອນ ໂຮ່ຈີມິນ, ສິ່ງທ້າທາຍໃຫຍ່ສຸດຂອງນະຄອນແມ່ນເຮັດແນວໃດຫຼຸດຜ່ອນອັດຕາຜູ້ຕິດເຊື້ອ F0 ທີ່ມີອາການເຈັບໜັກ. ທາງນະຄອນກໍ່ກະກຽມໃຫ້ແກ່ກໍລະນີຜູ້ຕິດເຊື້ອ F0 ສືບຕໍ່ເພີ່ມຂຶ້ນເຖິງວ່າໄດ້ມີມາດຕະການໃຫ້ອອກໂຮງໝໍສຳລັບ F0 ທີ່ບໍ່ມີຄວາມສ່ຽງຜິດແປດສູ່ຊຸມຊົນ.
        ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານໄດ້ຊີ້ນຳໃຫ້ກະຊວງສາທາລະນະສຸກ ຮີບເຮັ່ງນຳໃຊ້ບັນດາກົນໄກຊື້ປະກອບພາຫະນະອຸປະກອນພິເສດ, ບົນຈິດໃຈສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນໃຫ້ບັນດາເຂດປິ່ນປົ່ວຄົນເຈັບໜັກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top