• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືການຕ່າງປະເທດຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ

ບັນດາເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2012 – 2016 ກໍ່ສະແດງຄວາມປາດຖະໜາ, ມານະພະຍາຍາມປະຕິບັດບັນດາເນື້ອໃນວຽກງານການຕ່າງປະເທດໃຫ້ເປັນຢ່າງດີ ຕາມຂໍ້ສະເໜີຂອງທ້ອງຖິ່ນ.
ທີ່ກອງປະຊຸມແບບທາງໄກ. (ພາບ: TTXVN)

ນະຄອນ ໂຮ່ຈີມິນ ຕ້ອງການແຫຼ່ງກຳລັງຕ່າງປະເທດດ້ານທຶນຮອນ, ພູມປັນຍາ ແລະ ວິທະຍາສາດ-ເຕັກໂນໂລຊີ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງນະຄອນ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ກອງປະຊຸມແບບທາງໄກລະຫວ່າງ 28 ທ່ານຫົວໜ້າອົງການທູຕານຸທູດ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2021 – 2024 ກັບຜູ້ຕາງໜ້າ 19 ທ້ອງຖິ່ນເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ເຊິ່ງດຳເນີນໃນຕອນບ່າຍວັນທີ 18 ຕຸລາ.

        ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2012 – 2016 ກໍ່ສະແດງຄວາມປາດຖະໜາ, ມານະພະຍາຍາມປະຕິບັດບັນດາເນື້ອໃນວຽກງານການຕ່າງປະເທດໃຫ້ເປັນຢ່າງດີ ຕາມຂໍ້ສະເໜີຂອງທ້ອງຖິ່ນ; ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດສຳເລັດບົດບາດໜ້າທີ່ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນເຂດເສດຖະກິດຈຸດສຸມທາງພາກໃຕ້, ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດໃນຂົງເຂດແລກປ່ຽນຄະນະ, ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ເຕັກໂນໂລຊີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top