• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມີນ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

      ຕອນບ່າຍວັນທີ 15 ກັນຍາ, ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບ ທ່ານ ຫວາງອີ ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດຈີນ 
ພວມຢ້ຽມຢາມ ນະຄອນໂຮ່ຈິມີນ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.

ທ່ານ ຫງວຽນທ້ຽນເຍີນ ລຂາຄະນະພັກນະຄອນ ໂຮ່ຈິມີນ ຕ້ອນຮັບທ່ານ ຫວາງອີ 
ລັດຖະມົນຕີກະຊວງການຕ່າງປະເທດຈີນ 
      ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງ ຄວາມໝາຍຂອງບັນດາກອງປະຊຸມຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ - ຈີນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສອງຝ່າຍ. ທ່ານ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ນະຄອນ ໂຮ່ຈິມີນ ຍາມໃດກໍ່ພ້ອມແລ້ວຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ປະກອບສ່ວນເຂົ້າໃນການພັດທະນຂອງສາຍພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ຈີນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.
ສ່ວນທ່ານ ຫວາງອີ ໄດ້ຢືນຢັນວ່າຈະຊຸກຍູ້ການພົວພັນ ຈີນ - ຫວຽດນາມ ເວົ້າລວມ, ຈີນ ແລະ ນະຄອນ ໂຮ່ຈິມີນ ເວົ້າສະເພາະ ໃຫ້ນັບມື້ນັບແຫນ້ນແຟ້ນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ຈີນ ພ້ອມແລ້ວຈະແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ, ສັງຄົມກັບຫວຽດນາມ ແລະ ນະຄອນ ໂຮ່ຈິມີນ ພ້ອມກັນຮ່ວມມືນຳມາເຊິ່ງສະຖຽນລະພາບ, ສັນຕິພາບ, ຄວາມວັດທະນາຖາວອນໃຫ້ແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top