• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ແຂວງກວາງຊີ, ປະເທດຈີນ ເພີ່ມທະວີການຮ່ວມມື


(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ​
ທ່ານ​ເລ​ຂາ​ອົງ​ຄະ​ນະ​ພັກ​ເຂດປົກ​ຄອງ​ດ້ວຍ​ຕົນ​ເອງ​ເຜົ່າຈ​ວາງ ເພິ໋ງ​ຈິງ​ຄວາ)
      ​ຕອນ​ຄ່ຳ​ວັນ​ທີ 10/02, ຢູ່​ນະ​ຄອນ​ຫ້າ​ລອງ, ແຂວງກວາງ​ນິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ອົງ​ຄະ​ນະ​ພັກ​ເຂດປົກ​ຄອງ​ດ້ວຍ​ຕົນ​ເອງ​ເຜົ່າ ຈ​ວາງ ແຂວງກວາງ​ຊີ, ປະ​ເທດ​ຈີນ ​ເພິ໋ງ​ຈິງ​ຄວາ ທີ່​ພວມ​ມີ​ການ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ງານ​ພົບ​ປະ​ຍາມ​ຕົ້ນ​ປີ​ໃໝ່ ຄັ້ງ​ທີ 2 ກັບ​ບັນ​ດາ​ເລ​ຂາ​ບັນ​ດາ​ແຂວງ ກວາງ​ນິງ, ລ້າງ​ເຊີນ, ກາວ​ບັ່ງ, ຮ່າ​ຢາງ. ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ກວາງ​ຊີ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ສືບ​ຕໍ່​ນຳ​ໜ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ມູນ​ເຊື້ອ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ; ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ທຸກ​ຂັ້ນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ, ແຂວງ ກວາງ​ຊີ ເປີດກວ້າງ​ການ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແກ່ງ​ແຍ້ງ​ຂອງ​ຫວຽດ​ນາມ ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ, ເຂົ້າ​ສານ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳນົມ…;ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ທ່ອງ​ທ່ຽວ, ກະ​ສິ​ກຳ.
        ສ່ວນ​ທ່ານ ເລ​ຂາ ​ເພິ໋ງ​ຈິງ​ຄວາ ສະ​ເໜີ​ໃຫ້ 2 ຝ່າຍ​ຍົກ​ລະ​ດັບ​ບັນ​ດາ​ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ​ໂດຍ​ໄວ ແລະ ຢ​ືນ​ຢັນ​ວ່າ ແຂວງກວ​າງ​ຊີ ສືບ​ຕໍ່​ເປີດກ​ວ້າງ​ການ​ຮ່ວ​ມ​ມື ແລະ ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ, ປະ​ກ​ອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ພັດ​ທະ​ນາ​ຢ່າງບໍ່​ຢຸ​ດຢັ້ງ ແລະ ດີ​ງາມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top