• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ ຍົກ​ອອກ 4 ຄຳ​ຮຽກ​ຮ້ອງ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ

ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາແຫ່ງຊາດ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຕີລາຄາກ່ຽວກັບວຽກງານບໍລິຫານລາຄາໄລຍະ 6 ເດືອນຕົ້ນປີ, ມາດຕະການຂອງໄລຍະ 6 ເດືອນທ້າຍປີ, ຕັດສິນໃຈປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທື່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນ້ັນໜັກວ່າ ເຖິງວ່າມີຫຼາຍປັດໄຈກະທົບທັງຢູ່ພາຍໃນ ແລະ ພາຍນອກກໍ່ຕາມ, ແຕ່ລັດຖະບານໄດ້ຕັດສິນໃຈຄວບຄຸມດັດຊະນີລາຄາຊົມໃຊ້ບໍ່ເກີນ 4%ຄືດັ່ງມະຕິສະພາແຫ່ງຊາດມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ເລື່ອງຄວບຄຸມໂລກລະບາດ Covid – 19 ໄດ້ໂດຍໄວ ພ້ອມກັບການທີ່ລັດຖະບານມີບັນດາມາດຕະການຊຸກຍູ້, ກະຕຸ້ນພາຍໃນປະເທດໄດ້ສ້າງເງື່ອນໄຂໃຫ້ແກ່ເສດຖະກິດພັດທະນາ. ທ່ານກ່າວວ່າ:

        ທີໜຶ່ງ, ປະຕິບັດເປົ້າໝາຍເຕີບໂຕຢູ່ລະດັບສູງທີ່ສຸດທີ່ສາມາດປະຕິບັດໄດ້ ແລະ ລັດຖະບານຈະສູ້ຊົນບັນລຸການເຕີບໂຕຢູ່ລະດັບ 4 %. ທີ 2 ແມ່ນຮັບປະກັນການໜູນຊ່ວຍສັງຄົມ ແລະຕ້ານການວ່າງງານ. ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາເພີ່ມທະວີວຽກງານບຳລຸງສ້າງອາຊີບ, ສ້າງໂຄງປະກອບບຳລຸງສ້າງແຮງງານຄືນໃໝ່. ທີ 3, ຕັ້ງເປົ້າໝາຍຄວບຄຸມດັດຊະນີລາຄາໃຊ້ສອຍບໍ່ເກີນ 4%. ທີ4ແມ່ນຮັບປະກັນບັນດາຄວາມສົມດູນໃຫຍ່ຂອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top