• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ເຮັດວຽກກັບນຳກັນຫຼັກແຫຼ່ງຂອງ ແຂວງ ເຫງ້ອານ


ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີ 
ເຮັດວຽກກັບນຳກັນຫຼັກແຫຼ່ງຂອງ ແຂວງ ເຫງ້ອານ


      ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ ແຂວງ ​ເຫ​ງ້ອານ ຍູ້​ແຮງ​ການປະຕິ​ຮູບ​ລະບຽບການ​ບໍລິຫານ, ​ແກ້​​ໄຂຮົ້ວ​ກີດຂວາງ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ ​ແລະ ປະຊາຊົນ​. ​ເນັ້ນໜັກ ຈິດ​ໃຈ​ຂອງ​ລັດຖະບານ​ແມ່ນ​ພັດທະນາ​ວິ​ສາ​ຫະກິດ, ກໍ່ສ້າງ​ກົງ​ຈັກ​ບໍລິຫານຮັບ​ໃຊ້, ກໍ່ສ້າງ​​ພັດທະນາ, ສັດ​ຊື່​ບໍລິ​ສຸດ ​ແລະ ​ເປິ່ງ​ແຍງ​ດູ​ແລ​ຊີວິດ ການ​ເປັນ​ຢູ່​ຂອງ​ປະຊາຊົນ, ທ່ານ ນາຍົກລັດຖະມົນຕີຖຶວ່າ ແຂວງ ​ເຫ​ງ້ອານ ຄວນ​ຊາບ​ຊືມ ​ແລະ ຫັນ​ເປັນ​ການ​ກະທຳ ​ແລະ ໝາກຜົນ​​ລະອຽດ, ສ້າງ​ການ​ຫັນປ່ຽນຢ່າງ​ແທ້​ຈິງ​ ​ໃນການ​ຊີ້​ນຳ​ບໍລິຫານ. ທ່ານ ນາຍົກລັດຖະມົນຕີ ​ໄດ​້​ເນັ້ນໜັກວ່າ ແຂວງ ​ເຫ​ງ້ອານ ຕ້ອງ​ເປັນ ແຂວງນຳໜ້າ ​ໃນ​ການ​ປະຕິບັດ​ສານ​ຂອງ​ລັດຖະບານ, ເປິ່ງ​ແຍງ​ໃຫ້​ປະຊາຊົນ, ​ແກ້​​​​ໄຂວຽກ​ເຮັດ​ງານ​​ທຳ​ໃຫ້​ປະຊາຊົນ, ​ເອົາ​ໃຈ​ໃສ​ເຖິງ​ຜົນ​ປະ​ໂຫຍ​ດຊອບ​ທຳ ຂອງ ວິ​ສາ​ຫະກິດ. ທ່ານ ນາຍົກລັດຖະມົນຕີ ​ເວົ້າ​ວ່າ:
        “ຂ້າ​ພະ​ເຈົ້າ​ສະ​ເໜີວ່າ ​ແຂວງຕ້ອງປ່ຽນ​ໃໝ່ຈີນ​ຕະ​ນາ​ການ ຢ່າງ​ແຮງ, ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາ​ນາດ​ບົ່ມຊ້ອນ, ທ່າ​​​ແຮງ, ດ້ວຍ​ຮູບ​ແບບ​ຜະລິດ​ຫຼາຍ​ຮູບຫຼາຍ​ແບບ, ​ເໝາະສົມ. ​ໃນ​ນັ້ນ, ຕ້ານ​ແນວ​ຄິດ​ລໍຖ້າ, ​ເອື່ອຍ​ອີ​ງ, ປອດ​ຕະຫຼອດ ​ແລະ ຫັນ​ບັນດາ​ແຫຼ່ງ​ກຳລັງ​ເປັນ​ສັງຄົມ​ຢ່າງ​ແຮງ​ກ່ວາ, ​ໃນ​ນັ້ນ​ມີ​ບັນດາຫົວໜ່ວຍພາລະກິດ​ຂອງ​ລັດ. ລະ​ດົມຫຼາຍ​ແຫຼ່ງກຳລັງ​ໃຫ້ການ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ແຫຼ່ງທຶນ​ເອກະ​ຊົນ. ປະຊາຊົນ​ຮູ້, ປະຊາຊົນປຶກສາ​ຫາລື, ປະຊາຊົນ​ເຮັດ​ວຽກ, ປະຊາຊົນ ​ເຫ​ງ້ອານ 6 ລ້ານຄົນ ​ແມ່ນ ​ກຳລັງ​ບົ່ມຊ້ອນຢ່າງ​ໃຫຍ່ຫລວງ, ຈາກ​ນັ້ນ ພວກ​ເຮົາ​ປ່ຽນ​ໃໝ່ຢ່າງ​ມີຫົວຄິດ​ປະດິດ​ສ້າງ​ເພື່ອ​ພັດທະ​ນາ.”
        ທ່ານ ນາຍົກລັດຖະມົນຕີ ກໍ່​ໃສ່​ໃຈ​ແຂວງວ່າ ​ໃນ​ການ​ພັດທະ​ນາ​ເສດຖະກິດຕ້ອງຕິດ​ພັນ​ກັບການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາປ່າ; ປົກ​ປັກ​ຮັກສາສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີວິດຂອງ​ປະຊາຊົນ ​ໃນ​​ເຂດຕົວ​ເມືອງ ​ແລະ ​ຊົນນະບົດ. ຄຽງຂ້າງ​ນັ້ນ, ທ່ານ ນາຍົກລັດຖະມົນຕີ ​ໄດ້ຮຽກຮ້ອງ ​ແຂວງ ​ເຫ​ງ້ອານ​ໃຫ້​ຄຳໜັ້ນສັນຍາ ພ້ອມ​ກັບ ລັດຖະບານ​ສ້າງ​ລະບົບ​ນະ​ໂຍບາຍ​ຈະ​ແຈ້ງ, ສະພາບ​ແວດ​ລ້ອມ​ແກ່ງ​ແຍ້​ງຢ່າງ​ປອດ​ໃສ, ຍຸຕິ​ທຳ, ຮັບປະກັນ​ສິດ​ຊັບ​ສິນ​ຂອງ​ປະຊາຊົນ, ບໍ່ຫັນ​ບັນດາ​ການ​ພົວພັນ​ດ້ານ​ເສດຖະກິດ, ​ແພ່ງ​ເປັນ​ອາຍາ. ​ແຂວງ ​ເຫ​ງ້ອານ ກໍ່ຄວນຍູ້​ແຮງ​ການຮ່ວມ​ສຳພັນກັບ​ບັນດາ​ແຂວງ​​ໃກ້​ຄຽງ​ເພື່ອ​ພັດທະນາກາຍ​ເປັນ​ໃຈກາງ​ທາງທິດ​ເໜືອຂອງ​ພາກ​ກາງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top