• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການຮ່ວມ​ມື​ກັບ ຫວຽດ​ນາມ

ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 10 ປີທີ່ຜ່ານມາ.

ທ່ານເອກອັກຄະລັດຖະທູດ ຟານຈີແທັ່ງ ໄດ້ມອບສານຕະຕັ້ງໃຫ້ແກ່ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ (ພາບ: TTXVN)

ວັນທີ 3 ທັນວາ, ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ, ເຂລາຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ຂອງ ສປຊ (ESCAP) ໄດ້ຍ້ອງຍໍຕໍ່ຄວາມຕັດສິນໃຈ, ຄວາມມານະພະຍາມ ກໍ່ຄື ຜົນງານຂອງ ຫວຽດນາມ ໃນການປະຕິບັດໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງ ສະແດງໃຫ້ເຫັນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບ ESCAP ເວົ້າສະເພາະ ແລະ ລະຫວ່າງ ສປຊ - ອາຊຽນ ເວົ້າລວມ. ໃນການແລກປ່ຽນພາຍຫຼັງພິທີມອບສານຕາຕັ້ງ, ທ່ານນາງ Alisjahbana ໄດ້ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 10 ປີທີ່ຜ່ານມາ, ທ່ານນາງກໍ່ຮັບຮູ້ເລື່ອງ ຫວຽດນາມ ແມ່ນປະເທດໂດດເດັ່ນກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ແລະ ສືບຕໍ່ຮັກສາໄດ້ທ່າເຕີບໂຕເສດຖະກິດໃນໄລຍະເກີດໂລກລະບາດ.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top