• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ນ ​ເຮັດ​ວຽກກັບ ຄະນະ​ກໍາມະການ​ປະຊາຊົນ​ນະຄອນ​ ໂຮ່ຈີ​ມິນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນອັດຕາສ່ວນທຶນ ODA  ນັ້ນ, ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນມີອັດຕາສູງທີ່ສຸດ, ການຊຸກຍູ້ການປ່ອຍງົບປະມານຂອງນະຄອນໂຮ່ຈີມິນ ແມ່ນໜ້າວຽກທີ່ຈໍາເປັນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ມອບຂອງຂວັນໃຫ້ແກ່ຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ນະຄອນໂຮ່ຈີມິນ ແລະ ນັກຊ່ຽວຊານ ຍີ່ປຸ່ນ  (ພາບ:VGP)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຮັດວຽກກັບຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ກ່ຽວກັບສະພາບການຈັດຕັ້ງປະຕິບັດບັນດາໂຄງການໃຊ້ທຶນ ODA ແລະ ເງິນກູ້ຢືມບຸລິມະສິດຈາກຕ່າງປະເທດ ໃນບໍລິເວນນະຄອນ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນອັດຕາສ່ວນທຶນ ODA  ນັ້ນ, ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນມີອັດຕາສູງທີ່ສຸດ, ການຊຸກຍູ້ການປ່ອຍງົບປະມານຂອງນະຄອນໂຮ່ຈີມິນ ແມ່ນໜ້າວຽກທີ່ຈໍາເປັນ. ຕາມທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນແລ້ວ, ບັນດາຂໍ້ຕິດຂັດໃນການແກ້ໄຂໃຫ້ນັກຊ່ຽວຊານຕ່າງປະເທດກັບມາເຮັດວຽກຄືນໃໝ່ນັ້ນ, ທາງນະຄອນໂຮ່ຈີມິນ ຕ້ອງເປັນເຈົ້າການ ແລະ ສູນກາງຈະແກ້ໄຂໂດຍໄວ.

 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top