• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ອ​ວ​ຍ​ພອນ​ປ​ີ​ໃໝ່ ຫວຽດ​ນາມ

ໃນບັນຍາກາດປີໃໝ່ 2022 ຈະມາຮອດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກອວຍພອນເຖິງປະມຸກລັດຕ່າງປະເທດຈຳນວນໜຶ່ງ, ໃນນັ້ນມີການນຳພັກ ແລະ ລັດ ຫວຽດນາມ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Kremlin.ru)

ໃນສານຂອງຕົນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ຂໍ້ຈຳກັດຈາກໂລກລະບາດໂຄວິດ - 19, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ສະຫະພັນ ລັດເຊຍ - ຫວຽດນາມ ກຳລັງຢູ່ລະດັບສູງ, ພະຍານຫຼັກຖານແມ່ນການໂອ້ລົມສົນທະນາຂັ້ນສູງ ລັດເຊຍ - ຫວຽດນາມ ໄດ້ດຳເນີນຫວ່າງແລ້ວນີ້ຢູ່ ມົດສະກູ (ໃນການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ)

        ໃນໂທລະເລກອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ 2 ປະເທດກຳລັງຜັນຂະຫຍາຍບັນດາໂຄງການຮ່ວມທີ່ມີແງ່ຫວັງໃນຫຼາຍຂົງເຂດ ແລະ ສະແດງຄວາມເຊື່ອໝັ້ນວ່າ ບັນດາຄວາມມານະພະຍາຍາມຮ່ວມຂອງ ລັດເຊຍ ແລະ ຫວຽດນາມ ຈະຮັບປະກັນການພັດທະນາຂອງການຮ່ວມມື 2 ຝ່າຍທີ່ມີປະສິດທິຜົນໃນຫຼາຍຂົງເຂດ, ມີລັກສະນະສ້າງສັນໃນບັນດາບັນຫາໃນພາກພື້ນ, ຕອບສະໜອງຜົນປະໂຫຍດ   ຂອງປະຊາຊົນ 2 ປະເທດຢ່າງຄົບຖ້ວນ, ເໝາະສົມກັບການປັບປຸງສັນຕິພາບ, ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ ກວ່າ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top