• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ກູ​ບາ ປະ​ດັບຫຼຽນ​ໄຊ Jose Marti ໃຫ້​ແກ່​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວ​ັນ​ຟຸກ

ຕອນບ່າຍວັນທີ 19 ກັນຍາ ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 20 ກັນຍາ ຕາມເວລາ ຫວຽດນາມ), ຢູ່ນະຄອນຫຼວງ ລາ ຮາບານາ, ພາຍຫຼັງທີ່ການເຈລະຈາລະຫວ່າງສອງຝ່າຍໄດ້ສິ້ນສຸດລົງຢ່າງຈົບງາມ, ທ່ານປະທານປະເທດ ສາທາລະນະລັດ ກູບາ Miguel Diaz Canel ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti - ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ລັດ ກູບາ ໃຫ້ແກ່ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ.
ທ່ານປະທານປະເທດ ກູບາ Diaz Canel  ປະດັບຫຼຽນໄຊ Jose Marti ໃຫ້ແກ່ທ່ານປະທານປະເທດ ຫງວຽນຊວັນຟຸກ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມເປັນກຽດ ແລະ ມີຄວາມຕື້ນຕັນໃຈທີ່ໄດ້ຮັບຫຼຽນໄຊອັນສູງສົ່ງທີ່ສຸດຂອງລັດ ກູບາ.

        “ໃນເວລານາທີພິເສດນີ້, ຂ້າພະເຈົ້າຂໍຢ້ຳຄືນຄຳເວົ້າທີ່ມີຊື່ສຽງຂອງ ຜູ້ນຳ Fidel Castro ທີ່ວ່າ: “ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດສ່ວນທັງເລືອດເນື້ອຂອງຕົນ” ແລະ ຄຳເວົ້າຂອງປະທານ ໂຮ່ຈີມິນ ເມື່ອຕ້ອນຮັບຄະນະຜູ້ແທນຂັ້ນສູງກູບາໃນເດືອນ ຕຸລາ 1966, ທີ່ວ່າ: “ຫວຽດນາມ ແລະ ກູບາ ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສາຍຈິດມິດໃຈລະຫວ່າງສອງປະເທດແມ່ນໃກ້ຊິດສະໜິດສະໜົມເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວ”. ເມື່ອໄດ້ຮັບລາງວັນອັນສູງສົ່ງນີ້, ພວກຂ້າພະເຈົ້າຂໍຢັ້ງຢືນ ຄວາມຕັດສິນໃຈ ແລະ ມານະພະຍາຍາມ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີທີ່ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງນີ້ ໂດຍປະທານໂຮ່ຈີມິນ ແລະ ຜູ້ນຳ Fidel Castro ພ້ອມດ້ວຍການນຳ ແລະ ປະຊາຊົນລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການຫຼໍ່ຫຼອມໃນຕະຫຼອດໄລຍະປະຫວັດສາດ 60 ກວ່າປີ. ອີກຄັ້ງໜຶ່ງ, ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍຢັ້ງຢືນຄືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ພາລະກິດປະຕິວັດອັນຊອບທຳຂອງປະຊາຊົນກູບາ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti (ພາບ: VOV)

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti.  

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top