• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖົມ​ນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ການ​ລັດ​ຖະ​ບານ​ກ່ຽວ​ກັບ​ໂຄງ​ການ​ຄ​ົມ​ມະ​ນາ​ຄົມ​ຈຳ​ນວນ​ໜຶ່ງ

ໃນຕອນບ່າຍວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກ່ຽວກັບບັນດາວິທີການຍູ້ໄວຄວາມຄືບໜ້າບັນດາໂຄງການລົງທຶນກໍ່ສ້າງບາງຕອນຢູ່ເສັ້ນທາງດ່ວນເໜືອ - ໃຕ້ ແລະ ໂຄງການເສັ້ນທາງດ່ວນ ມີຖ້ວນ - ເກິ່ນເທີ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຖືວ່າ ການຍູ້ໄວຄວາມຄືບໜ້າໃນການປ່ອຍເງິນໃຫ້ແກ່ບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງ ຄົມມະນາຄົມ - ຂົນສົ່ງໃຫຍ່ແມ່ນມີຄວາມສຳຄັນພິເສດໃນສະພາບການພື້ນຖານເສດຖະກິດພວມໄດ້ຮັບຜົນກະທົບອັນໃຫຍ່ຫຼວງຈາກ ໂລກລະບາດ Covid -19. ໃນນັ້ນ, ບັນດາໂຄງການສ່ວນໜຶ່ງຂອງ ເສັ້ນທາງດ່ວນ ເໜືອ - ໃຕ້ ແລະ ເສັ້ນທາງດ່ວນ ຈູງເລືອງ - ມີຖ້ວນ - ເກິ່ນເທີ ຕ້ອງໄດ້ຮັບການແກ້ໄຂຄວາມຫຍຸ້ງຍາກຢ່າງຮີບດ່ວນ, ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍການປະຕິບັດ.

ສຳລັບໂຄງການຂົວມີຖ້ວນ 2, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງຊຸກຍູ້ການຜັນຂະຫຍາຍເພື່ອນຳເຂົ້າໃຊ້ການໂດຍໄວ.

 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top