• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີ​ມ​ສະຫຼອງ 75 ປີ ແຫ່ງວັນ​ສ້​າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານ ສູນກາງ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ30 ປີ ແຫ່ງວັນບຸນ ທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2019), 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2019) ແລະ ຕ້ອນຮັບຫຼຽນໄຊຜົນງານຊັ້ນໜຶ່ງ. 
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ພິທີ (ພາບ: VGP)

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ແລະ ກອງທັບບັນດາປະເທດຈຳນວນໜຶ່ງ.

        ໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານພົນເອກ ໂງຊວັນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ຊີ້ແຈ້ງວ່າ:

        ໃນບັນດາວິລະກຳອັນຍິ່ງໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມໃນໄລຍະທາງ 75 ປີທີ່ສະຫງ່າອົງອາດທີ່ຜ່ານມານັ້ນແມ່ນໝາກຜົນຂອງ ການສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງ ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນທີ່ແສນເຄົາລົບຮັກ; ການປົກປ້ອງ, ອູ້ມຊູຊ່ວຍເຫຼືອເອື້ອເຟື້ອເພື່ອແຜ່ ຂອງ ປະຊາຊົນທົ່ວປະເທດ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງ ເພື່ອນມິດສາກົນ. ພິເສດ, ນີ້ແມ່ນຢາດເຫື່ອ ແລະ ເລືອດເນື້ອຂອງ ບັນດາພະນັກງານ, ນັກຮົບທຸກຂັ້ນທຸກຊັ້ນ ທີ່ມີຄວາມສະຫຼາດຫຼັກແຫຼມ, ພິລະອາດຫານ, ອົງອາດກ້າແກ່ນ ຍອມເສຍສະຫຼະຊີວິດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງ ປະຊາຊົນ.

        ທີ່ພິທີ, ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ມອບຫຼຽນໄຊຜົນງານຊັ້ນໜຶ່ງໃຫ້ແກ່ກອງທັບປະຊາຊົນ ຫວຽດນາມ, ມອບຫຼຽນໄຊຜົນງານຊັ້ນໜຶ່ງ ໃຫ້ແກ່ສ່ວນບຸກຄົນ 7 ຄົນ ທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ. ທ່ານ ຫງວຽນຊວັນຟຸກ ເນັນໜັ້ກໜ້າທີ່ຂອງກອງທັບປະຊາຊົນ ຫວຽດນາມໃນສະພາບການໃໝ່ວ່າ:

        ໜຶ່ງໃນບັນດາໜ້າທີ່ສຳຄັນໃນສະໄໝສັນຕິພາບແມ່ນ: ຕັ້ງໜ້າ, ເປັນເຈົ້າການໃນການສະກັດກັ້້ນ ແລະ ຍູ້ຖອຍໄພອັນຕະລາຍສົງຄາມ, ຮັກສາສິ່ງແວດລ້ອມ ສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ເຖິງວ່າຢູ່ໃນ ເງື່ອນໄຂ, ສະພາບການໃດກໍ່ຕາມ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ປັບປຸງການປ້ອງກັນຊາດ, ສ້າງກຳລັງປະກອບອາວຸດປະຊາຊົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນປະຕິບັດໄຊຊະນະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ  ຫວຽດນາມ ຂອງ ພວກເຮົາໄວ້ຢ່າງໝັ້ນຄົງ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂອບອົບຂອບໃຈກອງທັບ ແລະ ປະຊາຊົນບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ ທີ່ໄດ້ສະຫງວຽນການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ປະຊາຊົນ ຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນກໍ່ຄືການຮ່ວມມືຮອບດ້ານໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top