• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຈະ​ໄປ​ຢ້ຽມ​ຢາມ ປະ​ເທດ ຣູ​ມາ​ນີ ແລະ​ ເຊັກ​ໂກ

ການຢ້ຽມຢາມ ຣູມານີ ຢ່າງເປັນທາງການ ຈະໄດ້ດຳເນີນໃນລະຫວ່າງວັນທີ 14 – 16 ເມສາ ແລະ ການຢ້ຽມຢາມ ເຊັກໂກ ຢ່າງເປັນທາງການຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 18 ເມສາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ (ພາບ: TTXVN)
ໂດຍໄດ້ຮັບຄຳເຊີນຂອງທ່ານນາງ Viorica Dancila ນາຍົກລັດຖະມົນຕີ ຣູມານີ ແລະ ທ່ານ Andrej Babis ນາຍົກລັດຖະມົນຕີສາທາລະນະລັດ ເຊັກໂກ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍພັນລະຍາຈະໄປຢ້ຽມຢາມ ຣູມານີ ແລະ ເຊັກໂກ ຢ່າງເປັນທາງການ. ການຢ້ຽມຢາມ ຣູມານີ ຢ່າງເປັນທາງການ ຈະໄດ້ດຳເນີນໃນລະຫວ່າງວັນທີ 14 – 16 ເມສາ ແລະ ການຢ້ຽມຢາມ ເຊັກໂກ ຢ່າງເປັນທາງການຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 18 ເມສາ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top