• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ປ້ອງ​ການ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ກັບ 8 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້

ທີ່ກອງປະຊຸມ, ບັນດາທ້ອງຖິ່ນໄດ້ລາຍງານສະພາບການຜັນແປໂລກລະບາດໂຄວິດ - 19 ແລະ ສະເໜີໃຫ້ລັດຖະບານບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ວິສາຫະກິດ ພ້ອມກັບລັດຖະບານ ແລະ ອຳນາດການປົກຄອງ ຮ່ວມແຮງຮວມໃຈເພື່ອຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ, ຮັກສາການຜະລິດ, ດຳເນີນທຸລະກິດ (ພາບ: VGP)

ຕອນບ່າຍວັນທີ 26 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັກຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຈັດກອງປະຊຸມທາງອອນລາຍ ກັບການນຳ 8 ແຂວງ, ນະຄອນໂຮ່ຈີມິນຂຶ້ນກັບເຂດເສດຖະກິດຈຸດສຸມທາງພາກໃຕ້ ໃນສະພາບການໂລກລະບາດໂຄວິດ - 19 ພວມມີຜັນແປຢ່າງສັບສົນ.

ທີ່ກອງປະຊຸມ, ບັນດາທ້ອງຖິ່ນໄດ້ລາຍງານສະພາບການຜັນແປໂລກລະບາດໂຄວິດ - 19 ແລະ ສະເໜີໃຫ້ລັດຖະບານບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາວ່າ ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປ່ຢ່າງສັບສົນຢູ່ນະຄອນໂຮ່ຈິມິນ ດັ່ງນັ້ນມັນກໍ່ຜົນກະທົບຕໍ່ 7 ແຂວງທີ່ຍັງເຫຼືອ. ໃນໄລຍະຈະມາເຖິງຕ້ອງກວດກາຢ່າງເຄັ່ງຄັດທັງທາງບົກ ແລະ ທາງອາກາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວິທີການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕ້ອງມີຄວາມໄຫວພິບ ແລະ ມີຫົວຄິດປະດິດສ້າງ, ຕິດແທດສະພາບການຕົວຈິງ, ຍົກອອກບັນດາວິທີການຢ່າງມີປະສິດທິຜົນ ໃນການປ້ອງກັນ, ຕ້ານໂລກລະບາດ ແລະ ດຳເນີນທຸລະກິດ. ໄປຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນ ຕ້ອງເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມຮັບຜິດຊອບໃນຂອບເຂດສິດອຳນາດຂອງຕົນໃນການຄວບຄຸມ.

 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top