• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ​ ຫງວຽນ​ຊັວນ​ຝຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ຫາຍ​ຟອງ

ທ່ານນາຍົກລັດຖະມົນຕີ ຖືວ່າ, ທາງນະຄອນຕ້ອງພັດທະນາຢ່າງແຮງໃນ 3 ເສົາຄ້ຳເສດຖະກິດ: ເສດຖະກິດທະເລ, ອຸດສາຫະກຳເຕັກໂນໂລຊີສູງ ແລະ ການທ່ອງທ່ຽວ.
(ພາບ: VGP/Quang Hiếu)

ຕອນບ່າຍວັນທີ 7 ມີນາ, ຢູ່ນະຄອນຫາຍຟອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ຕີລາຄາວ່າ: ການພັດທະນາຂອງນະຄອນຫາຍຟອງ ໃນ 5 ປີຜ່ານມາແມ່ນດີທີ່ສຸດ ແລະ ຮອບດ້ານ.ຂອບຂະໜາດເສດຖະກິດຂອງນະຄອນ ຈາກລະດັບປະກອບສ່ວນ 3,5% ທົ່ວປະເທດໃນຕົ້ນອາຍຸການ ໄດ້ເພີ່ມຂຶ້ນເປັນ 5,3% ໃນທ້າຍອາຍຸການ. ການເຕີບໂຕເສດຖະກິດໃນທ້າຍອາຍຸການ ໄດ້ເພີ່ມຂຶ້ນທົບເກືອບ 2 ເທົ່າເມື່ອທຽບໃສ່ຕົ້ນອາຍຸການ.ເສດຖະກິດພັດທະນາ ແລະ ຊີວິດຂອງປະຊາຊົນຢູ່ທຸກເຂດລ້ວນແຕ່ໄດ້ຍົກສູງຂຶ້ນ. ກ່ຽວກັບການກຳນົດທິດພັດທະນາຂອງຫາຍຟອງ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຖືວ່າ, ທາງນະຄອນຕ້ອງພັດທະນາຢ່າງແຮງໃນ 3 ເສົາຄ້ຳເສດຖະກິດ: ເສດຖະກິດທະເລ, ອຸດສາຫະກຳເຕັກໂນໂລຊີສູງ ແລະ ການທ່ອງທ່ຽວ. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ສ້າງນະຄອນຫາຍຟອງ ເປັນນະຄອນທ່າກຳປັ່ນທີ່ສຳຄັນ, ແມ່ນຈຸດນັດພົບຂອງບັນດາກຸ່ມບໍລິສັດນາໆຊາດ ແລະ ສູນທ່ອງທ່ຽວຄຸນນະພາບສູງລະດັບສາກົນ. ຫາຍຟອງ ກໍ່ຕ້ອງສູ້ຊົນກາຍເປັນສູນການສຶກສາ-ບຳລຸງສ້າງ, ສູນການແພດຂອງເຂດແຄມທະເລທາງພາກເໜືອ, ແມ່ນຕົວເມືອງອັດສະລິຍະ, ທັນສະໄໝ, ໜ້າຢູ່ ແລະ ແມ່ນນະຄອນແບບຢ່າງຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top