ຂ່າວສານ
ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຊີນລາ

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກ່າວຄໍາເຫັນທີ່ການການພົບປະ (ພາບ: TTXVN)
ກ່າວຄໍາເຫັນທີ່ການການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີໃຫ້ທ້ອງຖິ່ນ ເພີ່ມທະວີວຽກງານປ້ອງກັນ, ຕ້ານໄພແຫ້ງແລ້ງຮັບໃຊ້ການຜະລິດຂອງປະຊາຊົນ, ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມໃນໄລຍະຈະມາເຖິງ.
ແລະກໍໃນວັນດຽວກັນ, ບັນດາສະມາຊິກໃນຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ກຸຍເຮື໊ອງ, ເມືອງໂມກເຈົາ ແລະ ຕາແສງ ກວາງມິງ, ເມືອງ ເວີນໂຮ່.
(ແຫຼ່ງຄັດຈາກ VOV)