• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຈີນ ສົ່ງສານອວຍພອນປີໃໝ່ປີຈໍ

      ວັນທີ 08 ກຸມພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ
ໄດ້ແລກປ່ຽນສານອວຍພອນປີໃໝ່ ເນື່ອງໃນໂອກາດ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ຈີນ ຫ້າງຫາກະກຽມຕ້ອນຮັບບຸນເຕັດປະຈຳຊາດປີຈໍ. ເລຂາທິການໃຫຍ່ 2 ທ່ານລ້ວນແຕ່ຕີລາຄາຕັ້ງໜ້າການພັດທະນາຂອງສາຍພົວພັນ ຫວຽດນາມ - ຈີນ ໃນປີຜ່ານມາ ແລະ ຢັ້ງຢືນຄວາມປາດຖະໜາ ແລະ ຕັດສິນໃຈນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດສືບຕໍ່ພັດທະນາທັງລວງກ້ວາງ ແລະ ລວງເລິກ, ນັບມື້ນັບດີງາມ, ໝັ້ນຄົງເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນການນຳ ແລະ ປະຊາຊົນ ຈີນ ຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຜາສຸກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ກໍ່ອວຍພອນການນຳ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ຜົນງານຍິ່ງໃຫຍ່ຫລາຍຢ່າງກ່ວາອີກ ໃນປີ 2018.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.

Top