• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເຊີດຊູກຳລັງແຮງວົງຄະນະຍາດ, ເພີ່ມທະວີການລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັນຊາດໃນໄລຍະໃໝ່

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ວັດຸບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຈຸດປະສົງສ້າງ, ປັບປຸງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ.
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເມືອງ ຮ່ວາຍດຶກ.

ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນເຂົ້າຮ່ວມວັນບຸນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ວັດຸບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຈຸດປະສົງສ້າງ, ປັບປຸງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເພີ່ມທະວີການກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຍົກສູງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະປ່ຽນແປງໃໝ່.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສີສັນອັນດີງາມທີ່ເປັນມູນເຊື້ອ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຕັດສິນໃຈສູ້ຊົນສ້າງບ້ານ 5, ຕາແສງ ອຽນເສີ ກໍ່ຄືທຸກເຂດຊຸມຊົມໃນທົ່ວນະຄອນ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ ແລະ ທັນສະໄໝ.

(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top