• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບ
ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ. (ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.

        ທີ່ການພົບປະ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ເນັ້ນໜັກວ່າ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທຳອິດເພື່ອໄປຢ້ຽມຢາມໃນຖານະດຳລົງຕຳແໜ່ງເລຂາທິການໃຫຍ່, ປະທານປະເທດລາວ, ອີກຄັ້ງໜຶ່ງໄດ້ເປັນການຢັ້ງຢືນນ້ຳໃຈສັດຊື່ບໍລິສຸດຜຸດຜ່ອງ, ອົບອຸ່ນ ແລະ ສະໜິດແໜ້ນລະຫວ່າງ 2 ຊາດ. ອະດີດການນຳ 2 ທ່ານເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ນຳໜ້າແມ່ນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ປະເທດ ລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າອີກ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຍົກສູງທີ່ຕັ້ງບົດບາດຂອງ 2 ປະເທດ ລາວ - ຫວຽດນາມ ບົນເວທີສາກົນ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດຈະນັບມື້ນັບພັດທະນາໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ; ທ່ານຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top