• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສາບານຕົວຮັບດຳລົງຕຳແຫນ່ງປະທານປະເທດ

ຕອນບ່າຍວັນທີ 23 ຕຸລາ, ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແຫນ່ງເປັນປະທານປະເທດ ອາຍຸການ 2016 – 2021. 


 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສາບານຕົວຮັບດຳລົງຕຳແຫນ່ງປະທານປະເທດ

ພາບ:quochoi.vn

ໃນພິທີສາບານຕົວຮັບດຳລົງຕຳແຫນ່ງ, ທ່ານຫງຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢັ້ງຢືນວ່າ:

“ພາຍໃຕ້ຄັນທຸງຊາດທີ່ສັກກະລະບູຊານີ້, ຂ້າພະເຈົ້າ ຫງວຽນຟູຈ້ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຂໍສາບານຕົວຕໍ່ສະພາແຫ່ງຊາດ, ຕໍ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ກັບລັດຖະທຳມະນູນ ສສ ຫວຽດນາມ. ມານະພະຍາຍາມ ສຳເລັດຫນ້າທີ່ຊື່ງພັກກອມມູນິດຫວຽດນາມ, ລັດ ແລະ ປະຊາຊົນມອບໝາຍໃຫ້.”

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເກີດວັນທີ 14 ເມສາປີ 1944 ຢູ່ ເມືອງ ດົງແອງ ນະຄອນ ຮ່າໂນ້ຍ. ທ່ານເປັນກຳມະການສູນກາງພັກ ຊຸດ ທີ VII, VIII, IX, X. ກຳມະການກົມການເມືອງ ຊຸດທີ VIII, IX, X, XI, XII. ສະມາຊິກສະພາແຫ່ງຊາດຊຸດທີ XI, XII, XIII, XIV./.

(ແຫຼ່ງຄັດຈາກ VOV)

 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top