
ທ່ານເລຂາທິການໃຫຍ່,ປະທານປະເທດຈີນສີຈີ້ນຜິງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ)
ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢູ່ຫວຽດນາມ ຖືກດຳເນີນພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ພັກກອມມູນິດຈີນ, ເພື່ອແນໃສ່ເສີມຂະຫຍາຍທ່າອ່ຽງຕັ້ງໜ້າ, ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການພົວພັນລະຫວ່າງ 2 ພັກ, 2 ລັດ; ຮັກສາການແລກປ່ຽນຍຸດທະສາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງ 2 ຝ່າຍ. ການຢ້ຽມຢາມເພື່ອຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ; ປັບປຸງຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)