• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ ແຂວງກຽນຢາງ ກັບຄືນສູ່ສະພາບການປົກກະຕິໃໝ່ໂດຍໄວ

      ຕອນຄ່ຳວັນທີ 17 ກັນຍາ, ຢູ່ນະຄອນ ແຣກຢາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ມີການເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. 
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເຮັດວຽກກັບການນຳແຂວງກຽນຢາງ (ພາບ: TTXVN)
      ໃນລະຫວ່າງວັນທີ 10 – 16 ກັນຍາ, ແຂວງກຽນຢາງໄດ້ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 1.107 ຄົນ, ໃນນັ້ນມີ 330 ຄົນຕິດໃນຊຸມຊົນ (ກວມເອົາ 29,8%). ທຽບໃສ່ກັບໄລຍະ 7 ວັນກ່ອນ, ຈຳນວນຜູ້ຕິດເຊື້ອຢູ່ແຂວງກຽນຢາງ ເພີ່ມຂຶ້ນ ແຕ່ຈຳນວນຜູ້ຕິດເຊື້ອໃນຊຸມຊົນພັດຫຼຸດລົງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ ແຂວງຕ້ອງຊາບຊຶມຈິດໃຈແຍກຫ່າງໃນສັງຄົມ ຢ່າງເຂັ້ມງວດ, ສ້າງເງື່ອນໄຂໃຫ້ແກ່ການຈໍລະຈອນສິນຄ້າໄດ້ລຸ້ລ່ວງ, ແຕ່ຕ້ອງຄວບຄຸມບັນດາຄົນຂັບລົດຢ່າງແໜ້ນແຟ້ນ, ເສີມຂະຫຍາຍ ບົດບາດຂອງໜ່ວຍງານປ້ອງກັນຕ້ານໂຄວິດ - 19 ປະຊາຄົມ, ກຳລັງຕຳຫຼວດຂັ້ນຮາກຖານໃຫ້ດີກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ວຽກງານປິ່ນປົວຜູ້ຕິດເຊື້ອຂອງ ແຂວງ ກຽນຢາງ ແມ່ນດີພໍສົມຄວນ, ຕ້ອງສືບຕໍ່ມານະພະຍາຍາຍາມຫຼຸດລົງອັດຕາຜູ້ເສຍຊີວິດ, ສຸມໃສ່ການໂຄສະນາເຜີຍແຜ່ຂົນຂວາຍປະຊາຊົນ, ສູ້ຊົນກັບຄືນສູ່ສະພາບການປົກກະຕິໂດຍໄວ, ນຳບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຄ່ອຍໆກັບຄືນ ຢ່າງແໝັ້ນແກ່ນ ແລະ ປອດໄພ. ປະຊາຊົນຍາມໃດກໍ່ຕ້ອງປະຕິບັດຕາມຫຼັກການ 5 ປະການ.
(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top