• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເຮັດວຽກກັບແຂວງ ລອງອານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີລາຄາວ່າ, ແຂວງ ລອງອານ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ແຕ່ບໍ່ຍ້ອນເຫດນັ້ນຂາດຄວາມລະມັດລະວັງ.
(ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ)
      ວັນທີ 09 ກໍລະກົດ, ຢູ່ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ມີການເຮັດວຽກກັບແຂວງ ລອງອານ ກວດກາຄືນບາງບັນຫາຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີລາຄາວ່າ, ແຂວງ ລອງອານ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ແຕ່ບໍ່ຍ້ອນເຫດນັ້ນຂາດຄວາມລະມັດລະວັງ. ແຂວງ ລອງອານ ຕ້ອງຕີລາຄາຄືນກຳລັງຄວາມສາມາດຂອງຖັນແຖວແພດໝໍ, ກຳລັງຄວາມສາມາດໃນການປິ່ນປົວພະຍາດຂອງບັນດາໂຮງໝໍຈຸດສຸມເພື່ອລົງທຶນເຄື່ອງວັດຖຸອຸປະກອນ ຕອບສະໜອງການປິ່ນປົວຄົນເຈັບໜັກ, ມີການຈັດແບ່ງຂັ້ນໃນການປິ່ນປົວ. ຈຳກັດການໄປມາ, ຈຳກັດການເຕົ້າໂຮມກັນຫຼາຍຄົນ, ແຍກຫ່າງສັງຄົມ, ພ້ອມທັງຈັດຕັ້ງການກວດກາໂລກລະບາດຢ່າງແໜ້ນແຟ້ນ, ເຂັ້ມງວດ ແລະ ໂຄສະນາເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ເຫັນດີເຫັນພ້ອມ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top