• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູ໋ງຮຽກຮ້ອງບັນດາທ້ອງຖິ່ນກະກຽມຮັບມືກັບພາຍຸ Nakri ໃຫ້ເປັນຢ່າງດີ

      ຕອນບ່າຍວັນທີ 9 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢູ໋ງ ພ້ອມກັບຄະນະປະຕິບັດງານ ໄດ້ລົງກວດກາວຽກງານຮັບມືກັບພາຍຸ Nakri ຢູ່ ແຂວງ ບີງດີ້ງ. 

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູ໋ງ ມອບເຄື່ອງໃຫ້ປະຊາຊົນຢູ່ເຂດປະສົບກັບພາຍຸ
      ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູ໋ງ ຕີລາຄາສູງການເປັນເຈົ້າການຂອງ ຄະນະກຳມະການປະຊາຊົນແຂວງ ບີງດີ້ງ ໃນວຽກງານປ້ອງກັນ ຮັບມືກັບພາຍຸ Nakri. ທ່ານຮອງນາຍົກລັດຖະມົນຕີ ສະເຫນີບັນດາຫົວຫນ່ວຍກ່ຽວຂ້ອງ ຈັດສົ່ງກຳປັ່ນກູ້ໄພຕື່ມອີກມາຫນູນຊ່ວຍໃຫ້ທ້ອງຖິ່ນ. ຕາມນັ້ນແລ້ວ ຈະມີກຳປັ່ນ 2 ລຳ ຕັ້ງຢູ່ແຂວງ ແຄງຮ່ວາ ແລະ ອີກ 2 ລຳຕັ້ງຢູ່ ແຂວງ ບີງດີ້ງ ກຽມພ້ອມຫນູນຊ່ວຍບັນດາທ້ອງຖິ່ນ ເມື່ອເກີດເຫດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງອຳນາດການປົກຄອງທ້ອງຖິ່ນ ຕ້ອງເປັນເຈົ້າການໃນການຜັນຂະຫຍາຍມາດຕະການຮັບມືກັບພາຍຸ, ຄຸ້ມຄອງ, ກວດກາກຳປັ່ນ, ເຮືອລຳຕ່າງໆຢ່າງເຂັ້ມງວດ, ຍົກຍ້າຍປະຊາຊົນທີ່ພວມຫາປາຢູ່ທະເລໄປເຖິງບ່ອນປອດໄພ.
ກ່ອນຫນ້ານັ້ນ ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ພ້ອມດ້ວຍຄະນະປະຕິບັດງານລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ Matmo ແລະ ວຽກງານຮັບມືກັບ ພາສຸ Nakri ຢູ່ ຕາແສງ ເຍີນຫາຍ ນະຄອນ ກູຍເຍີນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top