
(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin)
ໃນສານທີ່ເອົາລົງໃນເວັບໄຊຂອງວັງ Kremlin, ທ່ານປະທານາທິບໍດີ V.Putin ເນັ້ນໜັກເຖິງບັນດາບາດກ້າວໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ, ສະແດງຄວາມປາດຖະໜາວ່າ ດ້ວຍຄວາມມານະພະຍາຍາມລວມ, 2 ປະເທດຈະສືບຕໍ່ການຮ່ວມມື 2 ຝ່າຍໃຫ້ບັນລຸຜົນສຳເລັດໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການທະຫານ, ເຕັກນິກການທະຫານ, ມະນຸດສະທຳ ແລະ ຂົງເຂດອື່ນໆ.
ປີ 2020, ລັດເຊຍ ແລະ ຫວຽດນາມ ຈະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນປີ 2019, 2 ປະເທດໄດ້ຈັດພິທີສະເຫຼີມສະຫຼອງປີລັດເຊຍ - ຫວຽດນາມ, ຫວຽດນາມ - ລັດເຊຍ ດ້ວຍບັນດາການເຄື່ອນໄຫວເປີດກວ້າງໃນຫຼາຍຂົງເຂດ.
(ແຫຼ່ງຄັດຈາກ VOV)