• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມອົງການສື່ມວນຊົນໃຫຍ່ຂອງນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ສະເໜີໃຫ້ໜັງສືພິມ ໄຊງ່ອນຢາຍຟ໊ອງ ຈົ່ງຕັ້ງໜ້າປ່ຽນແປງໃໝ່, ລົງທຶນ ແລະ ນຳໃຊ້ບັນດາຜົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນການເຄື່ອນໄຫວຂອງສຳນັກງານຢ່າງມິປະສິດທິຜົນກວ່າ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ ໄຊງ່ອນຢາຍຟ໊ອງ. (ພາບ: TTXVN)

ໃນການໄປປະຕິບັດງານຢູ່ນະຄອນໂຮ່ຈີມິນ, ຕອນບ່າຍວັນທີ 13 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບໜັງສືພິມ ໄຊງ່ອນຢາຍຟ໊ອງ (ປົດປ່ອຍໄຊງ່ອນ) ແລະ ໂທລະພາບນະຄອນໂຮ່ຈີມິນ, ເຊິ່ງແມ່ນ 2 ອົງການສື່ມວນຊົນໃຫຍ່ກ່ວາໝູ່ຂຶ້ນກັບອົງຄະນະພັກ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ.

        ເມື່ອໄປຢ້ຽມຢາມສຳນັກງານໜັງສືພິມ ໄຊງ່ອນຢາຍຟ໊ອງ, ທ່ານປະທານປະເທດ ສະເໜີໃຫ້ໜັງສືພິມ ໄຊງ່ອນຢາຍຟ໊ອງ ຈົ່ງຕັ້ງໜ້າປ່ຽນແປງໃໝ່, ລົງທຶນ ແລະ ນຳໃຊ້ບັນດາຜົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນການເຄື່ອນໄຫວຂອງສຳນັກງານຢ່າງມິປະສິດທິຜົນກວ່າ. ຄຽງຂ້າງນັ້ນ, ກໍ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບຂ່າວ, ບົດ, ບັນດາສື່ສິ່ງພິມເພື່ອແນໃສ່ດຶງດູດຜູ້ອ່ານໃຫ້ຫຼາຍກວ່າອີກ. ພິເສດ, ຕ້ອງສຸມໃສ່ໜ້າທີ່ໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາຜູ້ແທນປະຊາຊົນທຸກຂັ້ນອາຍຸການ 2021 – 2026.

        ເມື່ອໄປຢ້ຽມຢາມສະຖານີໂທລະພາບນະຄອນໂຮ່ຈີມິນ (HTV), ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, HTV ຄວນສ້າງບັນດາລາຍການສ້າງຄວາມຄາດຫວັງຢາກນຳນະຄອນໂຮ່ຈີມິນ ໃຫ້ກາຍເປັນ “ເກາະເພັດປະກາຍເຂດຕາເວັນອອກໄກ”; ເພີ່ມທະວີການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top