• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດ 2 ສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ

ເລື່ອງ ເປີດສາຍການບິນໃໝ່ 2 ສາຍຈະໜູນຊ່ວຍໃຫ້ແກ່ການພັດທະນາຂອງສອງປະເທດ, ປະຕິບັດແຜນນະໂຍບາຍຂອງສອງລັດຖະບານ, ນະຍົກລັດຖະມົນຕີ ສອງທ່ານ.

 ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດ 2 ສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ (ພາບ:
 TTXVN)

ຕອນບ່າຍວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ ພິທີປະກາດສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ ຂອງບໍລິສັດການບິນ Vietjet. ສອງສາຍການບິນດັ່ງກ່າວລວມມີ: ນະຄອນ ໂຮ່ຈີມິນ - ໂຕກຽວ (Narita) ແລະ ໂຕກຽວ - ນະຄອນໂຮ່ຈີມິນ ປະຈຳວັນ ເລີ່ມແຕ່ວັນທີ 12 ກໍລະກົດ 2019; ສາຍການບິນ ດ່ານັ້ງ - ໂຕກຽວ  (Haneda) ແລະ ໂຕກຽວ   - ດ່ານັ້ງ ເລີ່ມແຕ່ວັນທີ 26 ຕຸລາ 2019. ປັດຈຸບັນ Vietjet ມີ 3 ສາຍການບິນ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ລວມມີ: ນະຄອນ ໂຮ່ຈີມິນ - Osaka, ຮ່າໂນ້ຍ - Osaka, ຮ່າໂນ້ຍ - ໂຕກຽວ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີໄດ້ຊົມເຊີຍເລື່ອງ Vietjet ເປີດສາຍການບິນໃໝ່ກໍ່ຄືເລື່ອງກາຍເປັນສະມາຊິກສະຫະສະມາຄົມວິສາຫະກິດ ຢີ່ປຸ່ນ( Keidraren), ອົງການຈັດຕັ້ງເສດຖະກິດໃຫຍ່ທີ່ສຸດຂອງ ຍີ່ປຸ່ນ. ນີ້ແມ່ນເຫດການສຳຄັນຂອງ Vietjet ກໍ່ຄືວິສາຫະກິດ ຫວຽດນາມ. ເລື່ອງ ເປີດສາຍການບິນໃໝ່ 2 ສາຍຈະໜູນຊ່ວຍໃຫ້ແກ່ການພັດທະນາຂອງສອງປະເທດ, ປະຕິບັດແຜນນະໂຍບາຍຂອງສອງລັດຖະບານ, ນະຍົກລັດຖະມົນຕີ ສອງທ່ານ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top