• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສຂັ້ນສູງ ການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢູ່ ປັກກິ່ງ, ປະເທດ ຈີນ, ວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ.

ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ: tuoitre.vn) 

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງການສະໜັບສະໜູນຕໍ່ເລື່ອງຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ບົນພື້ນຖານຮັບປະກັນບັນດາຫຼັກການຮ່ວມມືສັນຕິພາບ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະ ກັນ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນລວມຂອງທຸກປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູູ້ແທນຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ; ພ້ອມທັງສະເໜີ ຈີນ ສົມທົບກັນແກ້ໄຂບັນດາສິ່ງຕິດຂັດ ກ່ຽວກັບລະບຽບການຊໍາລະຄ່າແຮງງານ, ການກໍ່ສ້າງຊັກຊ້າ, ກາຍກໍານົດເວລາ, ມີປະສິດທິຜົນຕໍ່າ ໃນບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍ... ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີວ່າ ສອງປະເທດ ສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີປະຕິບັດຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງເຂັ້ມງວດ, “ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານກ່ຽວກບັການຊີ້ນຳແກ້ໄຂບັນຫາຢູ່ທະເລ”; ປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ຕັ້ງໜ້າຊຸກຍູ້ການເຈລະຈາ ເພື່ອສ້າງ COC ໃຫ້ແທດຈິງ, ມີຜົນສັກສິດ, ເໝາະສົມກັບກົດໝາຍສາກົນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ຢືນຢັນວ່າ: ຈີນ ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ; ຢຶດໝັ້ນທິດນຳບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ເປັນປົກກະຕິຍາວນານກັບ ຫວຽດນາມ, ທ່ານຢືນຢັນວ່າ: ຈີນ ພ້ອມແລ້ວທີ່ຈະຊຸກຍູ້ຄວາມດຸ່ນດ່ຽງການຄ້າ 2 ຝ່າຍ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຕິດຂັດ, ສົ່ງເສີມວິສາຫະກິດ ຈີນ ເພີ່ມທະວີການຮ່ວມມືກ່ຽວກັບການຄ້າ ແລະ ເປີດກ້ວາງການລົງທຶນຢູ່ ຫວຽດນາມ; ມານະພະຍາຍາມພ້ອມກັບ ຫວຽດນາມ ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ພາຍຫລັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມື 3 ສະບັບ.

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສຄັ້ງນີ້, ບັນດາກະຊວງ, ຂະແໜງການ 2 ປະເທດໄດ້ລົງນາມໃນເອກະສານຮ່ວມມືບາງສະບັບກ່ຽວກັບຂົງເຂດກະສິກຳ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top