• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມ ກູເວດ ຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Sheikh Jaber Al-Mubarak Al-Hanmad Al-Sabah, ນາຍົກລັດຖະມົນຕີ ກູເວດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ຈະໄປຢ້ຽມຢາມ ກູເວດຢ່າງເປັນທາງການໃນລະຫວ່າງວັນທີ 26 – 27 ຕຸລາ 2019.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Sheikh Jaber Al-Mubarak Al-Hanmad Al-Sabah, ນາຍົກລັດຖະມົນຕີ ກູເວດ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ເມື່ອປີ 2016 (ພາບ: TTXVN)

 ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍໃນການພົວພັນລະຫວ່າງ ຫວຽດນາມ - ກູເວດ ເວົ້າສະເພາະ ແລະ ພາກຕາເວັນອອກກາງເວົ້າລວມ ແລະ ກໍ່ແມ່ນການຢ້ຽມຢາມກູເວດຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ພາຍຫຼັງ 10 ປີ ນັບແຕ່ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໃນປີ 2009.

        ການຢ້ຽມຢາມ ກູເວດຢ່າງເປັນທາງການຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍຕີລາຄາບັນດາຄວາມກ້າວໜ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ, ພ້ອມທັງແລກປ່ຽນບັນດາມາດຕະການ, ທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ມີລັກສະນະຊ່ວຍໜູນກັນໃນການຮ່ວມມືຄື ພະລັງງານ, ນ້ຳມັນ ອາຍແກັດ, ກະສິກຳ, ແຮງງານ, ການທ່ອງທ່ຽວ. ນອກຈາກນັ້ນ, ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາບັນດາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top