• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍ້ອງຍໍຊົມເຊີຍຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ວັນທີີ 24 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ ໄລຍະ 6 ເດືອນຕົ້ນປີ 2020.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: baochinhphu.vn)
      ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ຍ້ອງຍໍຊົມເຊີຍ ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ, ນໍາພາທົ່ວກອງທັບຜັນຂະຫຍາຍໜ້າທີ່ຢ່າງຮອບດ້ານ. ພິເສດແມ່ນກອງທັບໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານ, ນໍາໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ເມື່ອເຕື້ອງເຖິງໜ້າທີວຽກງານໃນ 6 ເດືອນທ້າຍປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ຊີີ້ນໍາ, ນໍາພາວຽກງານກະກຽມ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃນກອງທັບໃຫ້ເປັນຢ່າງດີ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ອົງຄະນະພັກ ຂອງກອງທັບ ຄັ້ງທີີ 11 ໃຫ້ເປັນແບບຢ່າງດີເດັ່ນຢ່າງແທ້ຈິງໃນທົ່ວພັກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ນັບແຕ່ນີ້ຈົນຮອດທ້າຍປີ, ປະເທດຊາດຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍກ່ຽວກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະ ຄວາມໝັ້ນຄົງແບບໃໝ່. ສະນັ້ນ, ບັນດາກໍາລັງໃນທົ່ວກອງທັບຕ້ອງຮັກສາທ່າກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງເຂດນ່ານຟ້າ, ນ່ານທະເລ, ຊາຍແດນ, ລະບົບອິນເຕີເນັດ ແລະ ບັນດາບໍລິເວນຈຸດສຸມໃຫ້ແໜ້ນແຟ້ນ ເພື່ອກຽມພ້ອມແກ້ໄຂບັນດາກໍລະນີໃຫ້ເປັນຢ່າງດີ, ປະກອບສ່ວນສໍາຄັນພ້ອມກັບທົ່ວພັກ, ທົ່ວປວງຊົນ ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top