• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ອານຢາງ

      ຕອນເຊົ້າວັນທີ 15 ທັນວາ, ທີ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ອານຢາງ ດ້ວຍຫົວຂໍ້ວ່າ: “ອານຢາງ - ເຊື່ອມຕໍ່ກາລະໂອກາດ ແລະ ການຮ່ວມມືສຳເລັດຜົນ”.
ທີ່ກອງປະຊຸມ (ພາບ: laodong.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພູມສັນຖານ ແລະ ທີ່ຕັ້ງຂອງແຂວງ ອານຢາງ ແມ່ນໃຈກາງເສດຖະກິດ, ການຄ້າທີ່ເຊື່ອມຕໍ່ບັນດານະຄອນໃຫຍ່ຄື: ເກີນເທີ, ນະຄອນ ໂຮ່ຈີມິນ ແລະ ພະນົມເປັນ (ກຳປູເຈຍ). ບັນດາທ່າແຮງການຜະລິດຂອງແຂວງ ອານຢາງ ແມ່ນເຂົ້າສານ, ສິນໃນນ້ຳ; ການພັດທະນາການຄ້າ ແລະ ການທ່ອງທ່ຽວ.
        ທ່ານນາຍົກລັດຖະມົນຕີ ຕີລາຄາສູງການເຂົ້າຮ່ວມກອງປະຊຸມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງບັນດານັກລົງທຶນ ສຸມໃສ່ລົງທຶນໃນບັນດາຂົງເຂດ ລ້ຽງສັດ, ສິນໃນນ້ຳ, ປຸງແຕ່ງຜະລິດຕະພັນກະເສດ; ບັນດາໂຄງການທ່ອງທ່ຽວ, ເປັນຕົ້ນແມ່ນການທ່ອງທ່ຽວຊີວະພາບ…ຕາມນັ້ນແລ້ວ, ຕ້ອງສ້າງບັນດາເຂດກະເສດສຸມທີ່ຕິດພັນກັບການປຸງແຕ່ງ. ບັນດາວິສາຫະກິດປຸງແຕ່ງຕິດພັນກັບຕະຫລາດ ຈະປະກອບສ່ວນຊຸກຍູ້ການພັດທະນາກະສິກຳຂອງແຂວງ ອານຢາງ.
        ເນື່ອງໃນໂອກາດນີ້, ແຂວງ ອານຢາງ ໄດ້ມອບຂໍ້ຕົກລົງແຜນນະໂຍບາຍການລົງທຶນໃຫ້ປະມານ 23 ໂຄງການ ໃນບັນດາຂົງເຂດຄື: ກະສິກຳ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ອຸດສາຫະກຳ, ກໍ່ສ້າງ - ຕົວເມືອງ, ສາທາລະນະສຸກ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 1,2 ຕື້ USD, ມອບໃບສັນຍາລົງທຶນໃຫ້ນັກລົງທຶນ 7 ຄົນດ້ວຍຍອດເງິນທຶນທັງໝົດຄາດຫລາຍວ່າກ່ວາ 4,5 ຕື້ USD.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top