• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ຢູ່ຟິລິບປີນ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸ​ກ
​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30
(ພາບ: TTXVN)
      ວັນ​ທີ 29/04, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 30 ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ປ່ຽນ​ແປງ, ເຊື່ອມ​ຈອດ​ກັນ​​ທົ່ວ​ໂລກ” ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງ ມາ​ນີ​ນາ, ປະ​ເທດ​ຟິ​ລິບ​ປີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ Rodrigo Duterte ຮ​ຽກ​ຮ້ອງ​ໃຫ້​ບັ​ນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ເຄົ​າ​ລົບ​ຄວາມ​ເອ​ກະ​ລາດ​ຂອ​ງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ແລະ ຢືນ​ຢັນ​ບັນ​ດາ​ການ​ພົວ​ພັນ​ນັ້ນ​ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ ໂດຍ​ອີງ​ໃສ່​ຄວາມ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ກັນ. ສະ​ນັ້ນ, ການ​ເຈ​ລະ​ຈ​າ​ແມ່ນ​​ແບບ​ວ​ິ​ທີ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ເມື່ອ​ອາ​ຊຽນ ຮັກ​ສາ​ຫຼັກ​ການບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ.
        ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ, ວັນ​ທີ 29/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ການ​ນຳ​ອາ​ຊຽນ ໄດ້​ປ​ຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍູ້​ແຮງວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ຫວ່າງ​ບັນ​ດາ​ກາ​ນຳ​ອາ​ຊຽນ ກັບ​ຜູ້​ຕາງ​ໜ້າ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ແລະ ຜູ້​ຕາງ​ໜ້າ​ຊາວ​ໜຸ່ມ​ອາ​ຊຽນ.
        ກ່ອນ​ທີ່​ອັດ​ກອງ​ປະ​ຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 29/04, ຄາດ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ການ​ນຳ​ອາ​ຊຽນ ຈະ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ອາ​ຊຽນ ກ່ຽວ​ກັບ​ບົດ​ບາດ​ຂອງ​ພື້ນ​ຖານ​ລັດ​ຖະ​ການເພື່ອ​ເປັນ​​ກຳ​ລັງ​ໜູນໃນ​ເລື່ອງ​ບັນ​ລຸ​ໄດ້​ວິ​ໄສ​ທັດ​ປະ​ຊາ​ຄົ​ມ​ອາ​ຊຽນ 2025. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte, ປະ​ທານ​ອາ​ຊຽນ 2017 ກໍ່​ຈະ​ອອກ​ຖະ​ແຫຼງ​ການ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ນີ້.
        ກ່ອນ​ໜ້ານັ້ນ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 30, ວັນ​ທີ 28/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸ​ກ ໄດ້​ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Najib Tun Razak. ທີ່​ການ​ພົ​ບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດຄື​ການ​ຄ້າ, ການ​ລົງ​ທຶນ, ສຳ​ຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອ້າຍ​ແກ​ດ, ການຮ່ວມ​ມື​ບົນ​ທະ​ເລ ແລະ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ 20 ຕື້ USD…. ຄຽງ​ຂ້າງ​ການ​ຮ່ວມ​ມື 2 ຝ່າຍ, 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ຮັກ​ສາ​ການ​ທາບ​ທາມ​ຄວາມ​ເຫັນ ແລະ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສ້າງ​ອາ​ຊຽນ ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັ​ນ​ອອກ…
        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Aung San Suu Kyi, ຫົວ​ໜ້າ​ຄະ​ນະ​ມາ​ເລ​ເຊຍ ທີ​່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້; ຢ້ຽມ​ຢາມສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ​ຟິ​ລິບ​ປີນ​ ແລະ ພົບ​ປະ​ກັນ​ປະ​ຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຟິ​ລິບ​ປີນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top