• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມ WEF ຄັ້ງທີ 47 ຢ່າງຈົບງາມ


ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພົບ​ປະ​ກັບປະ​ທານ WEF Klaus Schwab ຢູ່ Davos 
(ພາບ: TTXVN)
      ​ຕອນ​ບ່າຍ​ວັນ​ທີ 21/01, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີເວ​ທີ​ປາ​ໄວ​ເສດ​ຖະ​ກິດ​ໂລກ (WEF) ຄັ້ງ​ທີ 47 ຢູ່ Davos, ປະ​ເທດ​ສະ​ວິດ ​ໃນ​ລະ​ຫວ່າງວັນ​ທີ 17/ - 21/01 ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ WEF Klaus Schawab. ທີ່ກອງ​ປ​ະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຍັງ​ໄດ້​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວກວ່າ 40 ​ຄັ້ງ, ໃນ​ນັ້ນ​ໄດ້​ກ່າວປາ​ໄສ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື 5 ຄັ້ງ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ພາກ​ພື້ນ; ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ​ກັບ​ປະ​ມຸ​ກ​ລັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ 7 ປະ​ເທດ, ຜູ້​ນຳ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃຫຍ່, ພ້ອມ​ກັບ​ການ​ພົບ​ປະ 2 ຝ່າຍ​, ການ​ເຈ​ລະ​ຈາຕ່າງໆ. ​ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟ​ຸກ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ຫວຽດ​ນາມ. ທີ່​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບ​ບົດ​ບາດ​ຂອງ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດນາມ ປະ​ກອບ​ສ່ວນ​ສຳ​ຄັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ມາ​ນະ​ພະ​ຍາ​ຍາມ​ພ້ອ​ມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ.
        ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ການ​ພົບ​ປະ 2 ຝ່າຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ, ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊົ​ມ​ເຊີຍ​ບັນ​ດ​າ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ມາ​ຫວຽດ​ນາມ ພ້ອມ​ກັນ​ຮ່ວມ​ມື, ແບ່ງ​ປັນ​ຜົນ​ປະ​ໂຫຍດ ແລະ ​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​ວັດ​ທະ​ນາ​ຖາ​ວອນ.
        ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບັນ​ດາ​ຂໍ້​ມູນ​ຂ່າວ​ຢ່າງ​ແຮງ​ກ່ຽວ​ກັບ​ທິດ​ທາງ, ການ​ກຳ​ນົດ​ທິ​ດ, ນະ​ໂຍ​ບາຍ​ ແລະ ຄວາມ​ຕັດ​ສິ​ນ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​​ແປງປະ​ເທດ​ຊາດຢ່າງ​ຮອບ​ດ້ານ​ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໄລ​ຍະ 2016 – 2020. ນອກນັ້ນ, ກ​ໍ​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ກອງ​ປ​ະ​ຊຸມ​ສຸດຍອດ APEC 2017 ເຊິ່ງ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top