• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະດີດນາຍົກລັດຖະມົນຕີ ລາວ

      ຕອນບ່າຍວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ແລະ ທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ມີການປະກອບສ່ວນໃຫຍ່ຫລວງຫລາຍຢ່າງເຂົ້າໃນການພັດທະນາ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕິພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ໃນນະໂຍບາຍພົວພັນຕ່າງປະເທດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ຫາກຍັງຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວ ພັດທະນາ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ 30 ເມ​ສາ 1 ພຶດ​ສະ​ພາ​ເກືອບ 1,7 ລ້ານ​ເທື່ອ​ຄົນ

ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ 30 ເມ​ສາ 1 ພຶດ​ສະ​ພາ​ເກືອບ 1,7 ລ້ານ​ເທື່ອ​ຄົນ

ຕາມ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, ໃນ 9 ວັນ​ແຕ່​ວັນ​ທີ 25 ເມ​ສາ ຫາ​ວັນ​ທີ 3 ພຶດ​ສະ​ພາ, ຄາດ​ວ່າ ທາງນະ​ຄອນໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 190.000 ເທື່ອຄົນ ແລະ ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ 1,5 ລ້ານ​ເທື່ອ​ຄົນ.

Top