• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳກຸ່ມບໍລິສັດ ExxonMobil ອາເມລິກາ

      ຕອນບ່າຍວັນທີ 29 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jon Gibbs, ຮອງປະທານກຸ່ມບໍລິສັດ Exxon Mobil ຮັບຜິດຊອບ ອາຊີ ປາຊິຟີກ - ຕາເວັນອອກກາງ ແລະ ທ່ານ Park Shin Won, ອະດີດເຈົ້າຄອງນະຄອນ Osan, ສເກົາຫລີ.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດExxonMobil
ພາບ:nhandan
      ທີ່ການຕ້ອນຮັບທ່ານ Jon Gibbs, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Exxon Mobil ຜັນຂະຫຍາຍບັນດາໂຄງການຮ່ວມມືຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.
ທີ່ການຕ້ອນຮັບທ່ານ Park Shin Won, ອະດີດເຈົ້າຄອງນະຄອນ Osan, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີນັກລົງທຶນ ສເກົາຫລີ. ສ່ວນທ່ານ Park Shin Won ມີຄວາມປາດຖະຫນາວ່າ ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ ສເກົາຫລີ ເວົ້າລວມ ແລະ ນະຄອນ Osan ເວົ້າສະເພາະເຄື່ອນໄຫວຢ່າງສະດວກຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top