• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ມາເລເຊຍຢັ້ງຢືນຄືນໃໝ່ກ່ຽວກັບການ ແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ

      ທ່ານ Muhyiddin ໄດ້ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາ ຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງ ກັບບັນດາຫຼັກການຂອງ ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານວາລະກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37ທາງອອນລາຍ (ພາບ: TTXVN)  
       ກ່າວຄຳເຫັນເມື່ອເຂົ້າຮ່ວມກອງປະຊຸມຄົບຄະນະໃນຂອບເຂດກອງປະຊຸມ ສຸດຍອດອາຊຽນຄັ້ງທີ 37 ເຊິ່ງໄດ້ຈັດຂຶ້ນໃນວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin  ໄດ້ເນັ້ນໜັກວ່າ ມາເລເຊຍ ໄດ້ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າ ບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະ ມີລັກສະນະສ້າງສັນ.
            ທ່ານ Muhyiddin ໄດ້ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາ ຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງ ກັບບັນດາຫຼັກການຂອງ ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງເຮັດວຽກນຳກັນເພື່ອຮັບປະກັນໃຫ້ ທະເລຕາເວັນອອກແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຄ້າສາກົນ. ທ່ານກໍ່ເນັ້ນໜັກວ່າ ອາຊຽນສາມາດຮັກສາໄດ້ບົດບາດແມ່ນປັດໄຈຍຸດທະສາດ ກໍ່ຕໍ່ເມື່ອບັນດາປະເທດສະມາຊິກທັງໝົດ ມີຄວາມສາມັກຄີ ແລະ ເຮັດວຽກນຳກັນດ້ວຍຄວາມເປັນເອກະພາບ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top