• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະແດງຄວາມເສົ້າສະຫລົດໃຈເຖິງບັນດາຄອບຄົວໃນເຫດ 39 ຄົນຖືກເສຍຊີວິດຢູ່ອັງກິດ

ກອງປະຊຸມນັດສາມັນຂອງລັດຖະບານ ຊື່ງດຳເນີນໃນຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເສົ້າສະຫລົດໃຈເຖິງບັນດາຄອບຄົວມີຜູ້ຖືກເຄາະຮ້າຍໃນເຫດ 39 ຄົນເສຍຊີວິດ ຢູ່ ອັງກິດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP) 

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານໄດ້ຊີ້ນຳໃຫ້ກະຊວງຕຳຫລວດ, ກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງ ໄປຍັງ ອັງກິດ, ສົມທົບກັບບັນດາອົງການກ່ຽວຂ້ອງຂອງອັງກິດ ເພື່ອຢັ້ງຢືນຊື່ຂອງຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ປະຊາຊົນ ແລະ ເພື່ອນມິດສາກົນ ສະແດງຄວາມເສົ້າສະຫລົດໃຈຕໍ່ເຫດ 39 ຄົນຖືກເສຍຊີວິດ, ໃນນັ້ນ ມີ ຊາວ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ນີ້ແມ່ນການອົບພະຍົບຜິດກົດໝາຍ, ໂດຍມີການເຂົ້າຮ່ວມຂອງພວກການຄ້າມະນຸດ. ປະຈຸບັນ ຕຳຫລວດບັນດາທ້ອງຖິ່ນ ພວມເປີດການດຳເນີນຄະດີ, ຊອກຈັບພວກທີ່ມີສ່ວນກ່ຽວຂ້ອງ.

ທ່ານ ຮຽກຮ້ອງບັນດາທ້ອງຖິ່ນ ທີ່ມີຜູ້ປະສົບເຄາະຮ້າຍນັ້ນ ຈົ່ງຫນູນຊ່ວຍເຂົາເຈົ້າ, ລະດົມກຳລັງໃຈຢ່າງທັນການ ພ້ອມທັງສົມທົບກັບບັນດາອົງການກ່ຽວຂ້ອງ ແກ້ໄຂເຫດດັ່ງກ່າວຢ່າງວ່ອງໄວ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top