• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຮູບແບບການຜະລິດຜັກປອດສານພິດຢູ່ແຂວງເລິມດົງ

ກ່ອນທີ່ຈະດໍາເນີນກອງປະຊຸມທົ່ວປະເທດ ກ່ຽວກັບການຊຸກຍູ້ວິສາຫະກິດລົງທຶນເຂົ້າໃນ ຂົງເຂດກະສິກໍາ, ຕອນບ່າຍວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງໄປຢ້ຽມຢາມຮູບແບບກະສິກໍາເຕັກໂນໂລຢີສູງ, ຜະລິດຜັກປອດສານພິດຢູ່ບໍລິສັດ ຜະລິດການຄ້າຜະລິດຕະພັນກະເສດຟອງຖຸ໋ຍ 


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຮູບແບບການຜະລິດຜັກປອດສານພິດຢູ່ແຂວງເລິມດົງ

(ພາບ: vov.vn)

ນີ້ແມ່່ນຮາກຖານຜະລິດໂດຍຄະນະກໍາມະການແຂວງເລິມດົງ ໄດ້ທົດລອງສ້າງຕັ້ງລະບົບເຄື່ອງຈັກຈັດປະ ຜະລິດຕະພັນກະເສດ (ໝາກເລັ່ນ) ນໍາມາເຊິ່ງສະມັດຕະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຮູບແບບການຜະລິດ ກະສິກໍາເຕັກໂນໂລຢີສູງ, ຜະລິດຕະພັນກະເສດປອດສານພິດ ແມ່ນທິດກ້າວເດີນສໍາຄັນຂອງ ຂະແໜງກະສິກໍາຫວຽດນາມ, ນໍາມາເຊິ່ງມູນຄ່າສູງ ແລະ ຍົກສູງລາຍຮັບໃຫ້ແກ່ຊາວ ກະສິກອນ. ພ້ອມກັບການເປີດກວ້າງຂອບຂະໜາດການຜະລິດ, ຊອກຫາຕະຫຼາດ, ສ້າງເຄື່ອງໝາຍການຄ້ານັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນໍາບໍລິສັດຟອງຖຸ໋ຍ ຈົ່ງເອົາໃຈໃສ່ ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ກໍາມະກອນຊາວຜູ້ອອກແຮງງານ, ຍູ້ແຮງການ ຮ່ວມສໍາພັນກັບບັນດາຄອບຄົວຊາວກະສິກອນ, ນໍາບໍລິສັດພັດທະນາຢ່າງແຮງກວ່າອີກ ໃນໄລຍະຈະມາເຖິງ.

        ຕອນເຊົ້າວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນ ປະທານກອງປະຊຸມຊຸກຍູ້ການລົງທຶນເຂົ້າຂະແໜງການກະສິກໍາ, ດ້ວຍການເຂົ້າຮ່ວມ ຂອງຜູ້ແທນປະມານ 600 ທ່ານ, ເຊິ່ງລວມມີການນໍາບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງສາກົນ... ແລະ ວິສາຫະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top