• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມີບົດກ່າວປາໄສສຳຄັນທີ່ວາລະປະຊຸມ WEF ອາຊຽນ 2017

ຕອນບ່າຍວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວາລະໄຂເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2017 ແລະ ມີບົດກ່າວປາໄສສຳຄັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີໄຂ
ພາບ:VGP
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ການປະຕິວັດອຸດສາຫະກຳຄັ້ງທີ 2 ພວມນຳມາເຊິ່ງໃຫ້ອາຊຽນຫລາຍກາລະໂອກາດພັດທະນາໃຫມ່, ພ້ອມທັງວາງອອກບັນດາສິ່ງທ້າທາຍໃຫມ່. ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ປະຈຸບັນ ຫວຽດນາມ ມີຄວາມຄືບຫນ້າກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫວຽດນາມ ພວມສູ້ຊົນຮອດປີ 2020 ຈະຖືກຈັດເຂົ້າ Top 10 ປະເທດໃນໂລກ ກ່ຽວກັບການສະຫນອງບໍລິການຜະລິດຊອບແວ ແລະ ເນື້ອໃນ ດ້ວຍຄົນງານໃນຂົງເຂດນີ້ແມ່ນ 1 ລ້ານຄົນ. ນີ້ແມ່ນທ່າໄດ້ປຽບສຳຄັນ ແລະ ປະຈຸບັນ ມີກຸ່ມບໍລິສັດເຕັກໂນໂລຊີຫລາຍແຫ່ງຂອງໂລກພວມເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
        “ເພື່ອຮັກສາການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີກຳລັງແກ້ງແຍ້ງ, ອາຊຽນ ບໍ່ພຽງແຕ່ອີງໃສ່ຊັບພະຍາກອນ ແລະ ແຮງງານຫນຸ່ມຂາດທັກສະ. ຕ້ອງສ້າງກຳລັງຫນູນການເຕີບໂຕໃຫມ່ແຂງແຮງກວ່າຈາກການປ່ຽນໃຫມ່ຫົວຄິດປະດິດສ້າງ. ນອກນັ້ນ ບັນດາປະເທດອາຊຽນ ຄວນບຳລຸງສ້າງໃຫ້ປະຊາຊົນ, ເປັນຕົ້ນແມ່ນຄົນງານຫນຸ່ມບັນດາທັກສະທີ່ຈຳເປັນເພື່ອເປັນເຈົ້າການບັນດາຄວາມກ້າວຫນ້າເຕັກໂນໂລຊີ, ຕອບສະຫນອງບັນດາຄຳຮຽກຮ້ອງຕ້ອງການວຽກເຮັດງານທຳໃຫມ່.”
ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງການເຕີບໂຕແບບຍືນຍົງ ບົນພື້ນຖານຄຸນນະພາບການເຕີບໂຕ ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອເພີ່ມສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງ ແລະ ບັນລຸລະດັບສູງກວ່າໃນລະບົບມູນຄ່າທົ່ວໂລກ. 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top