• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ,ການຄ້າແລະວິສາຫະກິດຣູມານີ

ຕອນບ່າຍວັນທີ 23 ຕຸລາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ Stefan Radu Oprea  ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ,ການຄ້າແລະວິສາຫະກິດ ຣູມານີ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Stefan Radu Oprea   ຢືນຢັນ: ຣູມານີ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບຫວຽດນາມໃນຫລາຍຂົງເຂດຊື່ງ ຣູມານີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ແລະ ປາດຖະຫນາຢາກຮັບຄົນງານຫວຽດນາມ ໄປເຮັດວຽກຢູ່ ຣູມານີ. ທ່ານ Stefan Radu Oprea   ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2019 ຣູມານີ ແມ່ນປະທານ ຄະນະກຳມະການເອີລົບ ແລະ ນີ້ຈະແມ່ນໂອກາດດີໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ ເວົ້າລວມ ແລະ ຫວຽດນາມ ແລະ ຣູມານີ ເວົ້າສະເພາະ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ຄວນສົມທົບກັນ ວາງອອກບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກ ອີຢູ ຊຸກຍູ້ການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາອາລັກຂາການລົງທຶນໂດຍໄວ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top