• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕ້ອນຮັບຄະນະສໍານັກຂ່າວສານ ອາເມລິກາ ລາຕີນ Prensa Latina

ຕອນບ່າຍວັນທີ 9 ກັນຍາ, ຢູ່ທໍານຽມປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະການນໍາສໍານັກຂ່າວສານ ອາເມລິກາ ລາຕີນ Prensa Latina ຂອງປະເທດ ກູບາ ໂດຍທ່ານປະທານ Luis Enrique Gonzalez Acosta ນໍາໜ້າ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ຕ້ອນຮັບທ່ານປະທານສໍານັກຂ່າວສານ ອາເມລິກາ ລາຕີນ Prensa Latina Luis Enrique Gonzalez Acosta 
 

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ໃຫ້ຮູ້ວ່າ: ປີ 2020, ຫວຽດນາມ ແລະ ກູບາ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ, ສະນັ້ນ ສະເໜີໃຫ້ສໍານັກຂ່າວສານຫວຽດນາມ ແລະ Prensa Latina ຕ້ອງເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ຖືກຈັດຕັ້ງຂຶ້ນຢູ່ສອງປະເທດ, ພ້ອມທັງສະໜອງຂໍ້ມູນຂ່າວສານຢ່າງທັນການ, ຊັດເຈນ, ພາວະວິໄສໃຫ້ບັນດາເພື່ອນມິດໃນພາກພື້ນ ແລະ ສາກົນ ກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ໂດຍສະເພາະແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ກູບາ.

        ທ່ານ Luis Enrique Gonzalez Acosta ຢັ້ງຢືນວ່າ ຈະສືບຕໍ່ແລກປ່ຽນ, ສົມທົບກັບສໍານັກຂ່າວສານຫວຽດນາມຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຈັດຕັ້ງພິທີສະເຫຼີມສະຫຼອງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020 ຄົບຮອບ 60 ປີ ຢ່າງສໍາເລັດຜົນ, ນໍາການພົວພັນລະຫວ່າງສໍານັກຂ່າວສານສອງປະເທດຂຶ້ນສູ່ລະດັບສູງໃໝ່, ສົມກັບເປັນສາຍພົວພັນດ້ານການເມືອງລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top