• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວປະເທດໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 336.707 ຄົນຫາຍດີເປັນປົກກະຕິ

      ມາຮອດປະຈຸບັນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລວມທັງໝົດ 336.707 ຄົນ, ປິ່ນປົວໃຫ້ 132.815 ຄົນຫາຍດີເປັນປົກກະຕິ.
ເຂດແຍກຕົວແຫ່ງໜຶ່ງຢູ່ຮ່າໂນ້ຍ
(ພາບກະຊວງສາທາລະນະສຸກ)
`      ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລວມທັງໝົດ 336.707 ຄົນ, ປິ່ນປົວໃຫ້ 140.087 ຄົນຫາຍດີເປັນປົກກະຕິ. ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ໄລ່ຮອດວັນທີ 20 ສິງຫາ ແມ່ນ 7.540 ຄົນ. ຈຳນວນວັກຊິນໄດ້ສັດແມ່ນກວ່າ 16.494.665 ໂດສ, ໃນນັ້ນຜູ້ສັກເຂັມທີ 2 ແມ່ນກວ່າ 1.707.066 ໂດສ.
        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ຈັດພິທີເລີ່ມເດີນທາງເພີ່ມທະວີກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນ ທາງພາກໃຕ້. ຄະນະປະຕິບັດງານລວມມີສະມາຊິກ 295 ຄົນ, ໃນນັ້ນມີທ່ານໝໍ 113 ຄົນ.
(ແຫຼ່ງຄັດຈາກ VOV)

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ.

Top