• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022

      ຄູເຝິກ ປັກຮັງແຊວ ພ້ອມບັນດານັກກິລາບານເຕະຫວຽດນາມຈະເລີ່ມແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022 ໃນເວລາ 19 ໂມງຂອງວັນທີ 5 ກັນຍາທີ່ແຂວງປະທຸມ ທານີ ຫ່າງຈາກນະຄອນຫຼວງປາງກອກ 40 ກມ ໄປທາງທິດເໜືອ

ທິມບານເຕະຫວຽດນາມຈະເລີ່ມແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ
World Cup 2022 ໃນເວລາ 19 ໂມງຂອງວັນທີ 5 ກັນຍາ
      ຜູ້ນິຍົມກິລາບານເຕະຊາວຫວຽດນາມ ຄາດຄະເນວ່າ ການແຂ່ງຂັນລະຫວ່າງທິມບານເຕະຫວຽດນາມ ແລະ ໄທຄັ້ງນີ້ ຈະມີຂຶ້ນຢ່າງດຸເດືອດ ແລະ ເຄັ່ງຕຶງ. ຜູ້ນິຍົມກິລາບານເຕະຊາວຫວຽດນາມສ່ວນຫຼາຍ ໄດ້ໃຫ້ຂໍ້ສັງເກດວ່າ ທິມບານເຕະແຫ່ງຊາດຫວຽດນາມ ແມ່ນໝູ່ຄະນະນັກເຕະບານທີ່ເຂັ້ມແຂງ, ມີລີລາໃນການເຕະ ແລະ ມີການສົມທົບກັນເປັນຢ່າງດີ. ກອງເຊຍຄົນໜຶ່ງຂອງທິມຫວຽດນາມ ເວົ້າວ່າ :
    “ ນ້ອງຄິດວ່າ ນັດແຂ່ງຂັນເຕະບານນີ້ ຈະເຄັ່ງຕຶງທີ່ສຸດ, ພິເສດນັດແຂ່ງຂັນນີ້ ແມ່ນຈັດຂຶ້ນຢູ່ໄທ. ນ້ອງຫວັງວ່າ ທິມຫວຽດນາມຈະຍາດໄດ້ໄຊຊະນະ ເພື່ອເປັນກຳລັງຊຸກຍູ້ໃຫ້ນັດແຂ່ງຂັນຕໍ່ໄປ  ”
    ສ່ວນຜູ້ພາກການແຂ່ງຂັນເຕະບານ ວູ້ກວາງຮຸຍ ຖືວ່າ ຄູເຝິກ ປັກຮັງແຊວ ພ້ອມບັນດານັກກິລາບານເຕະຫວຽດນາມຈະຜ່ານຜ່ານັດແຂ່ງຂັນນີ້.
    “  ຂ້າພະເຈົ້າຄິດວ່າ ເມື່ອປະເຊີນໜ້າກັບຄວາມຫຍຸ້ງຍາກ, ຄູເຝິກ ປັກຮັງແຊວ ຍາມໃດກໍຮູ້ວິທີ ສ້າງກຳລັງໃຈໃຫ້ນັກເຕະບານ, ຮູ້ຈັກວິທີສ້າງປັດໄຈໃໝ່, ສ້າງສິ່ງທີ່ຕົກສະເງີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມຈະນຳມາເຊິ່ງຄວາມຕົກສະເງີ້ໃຫ້ແກ່ຜູ້ນິຍົມບານເຕະ ”
     ການແຂ່ງຂັນລະຫວ່າງທິມບານເຕະຫວຽດນາມ ແລະ ໄທຄັ້ງນີ້ ຈະຖືກອອກອາກາດສົດທາງຊອງໂທລະພາບ VTC 1, VTC 2, VTC 3, VTC 9 ,VIV TV  ແລະ ວິທະຍຸກະຈາຍສຽງຫວຽດນາມ
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top