• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕິດຕາມກວດກາການປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢ່າງເຄັ່ງຂັດ

      ການຈັດແບ່ງບັນດາເນື້ອໃນຕິດຕາມກວດກາຄວນຕິດແທດກັບມະຕິຂອງສະພາແຫ່ງຊາດ, ກໍານົດໜ້າທີ່ຮັບຜິດຊອບໃນການສ້າງຄວາມດຸ່ນດ່ຽງແຫຼ່ງກໍາລັງຂອງລັດ ໃນການປະຕິບັດນະໂຍບາຍຂອງບັນດາໂຄງການຫຼຸດຜ່ອນຄວາມທຸກຍາກ. 

ທ່ານນາງ ຕ່ອງທິຟ໊ອງ ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ (ພາບ: TTXVN) 
      ຕອນບ່າຍວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຕິດຕາມກວດກາກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດໂຄງການເປົ້າໝາຍແຫ່ງລັດ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໃນບໍລິເວນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2012 – 2018” ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 1 ໂດຍມີທ່ານນາງ ຕ່ອງທິຟ໊ອງ, ກໍາມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ.
        ທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ຖືວ່າ ເລື່ອງປະຕິບັດບັນດານະໂຍບາຍສໍາລັບເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ທ່ານນາງ ຕ່ອງທິຟ໊ອງ ສະເໜີຕໍ່ຄະນະຕິດຕາມກວດກາວ່າ ໃນວິວັດການສ້າງ ແລະປະຕິບັດແຜນການເຄື່ອນໄຫວ ຄວນມີການໂຄນະນາເຜີຍແຜ່,  ຊຸກຍູ້ການຮັບຮູ້ຄວາມຮັບຜິດຊອບເປັນເຈົ້າການຂອງພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນການຍົກສູງຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ.  ຕາມທ່ານນາງ ຕ່ອງທິຟ໊ອງ ແລ້ວ, ການຈັດແບ່ງບັນດາເນື້ອໃນຕິດຕາມກວດກາຄວນຕິດແທດກັບມະຕິຂອງສະພາແຫ່ງຊາດ, ກໍານົດໜ້າທີ່ຮັບຜິດຊອບໃນການສ້າງຄວາມດຸ່ນດ່ຽງແຫຼ່ງກໍາລັງຂອງລັດ ໃນການປະຕິບັດນະໂຍບາຍຂອງບັນດາໂຄງການຫຼຸດຜ່ອນຄວາມທຸກຍາກ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top