• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫຼ​າດ​ສົ່ງ​ອອກ ຜັກ​ໝາກ​ໄມ້​ ຫວຽດ​ນາມ ມີ​ການ​ເຕີບ​ໂຕຫຼາຍ​ພໍ​ສົມ​ຄວນ​ໃນ 8 ເດືອນ​​ຜ່ານ​ມາ

ກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ໄດ້ແຈ້ງໃຫ້ຊາບວ່າ 8 ເດືອນຕົ້ນປີ 2020, ການສົ່ງອອກຜັກໝາກໄມ້ ຫວຽດນາມ ບັນລຸເກືອບ 2,26 ຕື້ USD, ຫຼຸດລົງ 11,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ພາບປະກອບ:  Baodautu
ຈີນຍັງຢືນອັນດັບທີ 1 ກ່ຽວກັບຕະຫຼາດນຳເຂົ້າຜັກໝາກໄມ້ຂອງຫວຽດນາມ, ກວມເອົາ 60%. ໃນສະພາບການສົ່ງອອກໄປຍັງຕະຫຼາດຈີນຫຼຸດລົງນັ້ນ, ມີຫຼາຍຕະຫຼາດນຳເຂົ້າຜັກໝາກໄມ້ຂອງ ຫວຽດນາມພັດຮັບຮູ້ການເຕີບໂຕເປັນໜ້າຊື່ນຊົມຂອງຫວຽດນາມໃນ 8 ເດືອນຕົ້ນປີ 2020. ລະອຽດແມ່ນ, ການສົ່ງອອກຜັກໝາກໄມ້ໄປຍັງຕະຫຼາດສ.ເກົາຫຼີ ບັນລຸໄດ້ 94 ລ້ານ USD, ເພີ່ມຂຶ້ນ 22,6 %; ຕະຫຼາດອາເມລິກາບັນລຸໄດ້ 90 ລ້ານ USD, ເພີ່ມຂຶ້ນ 7,1%, ໄທບັນລຸໄດ້ 88,4 ລ້ານ USD, ເພີ່ມຂຶ້ນ 215,5%, ຍີ່ປຸ່ນບັນລຸໄດ້ 79,2 ລ້ານ USD, ເພີ່ມຂຶ້ນ 11,9%...
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top