• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງວຽກງານຄຸ້ມຄອງ, ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມກ່ວາອີກ

ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດ, ທ້ອງຖິ່ນ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອຕອບຄຳຖາມຂອງ ສສຊ ກາວດິ່ງເທື່ອງ, ຄະນະ ສສຊ ແຂວງ ຟູ໋ເທາະ...

ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃນວາລະຊັກຖາມ

ວັນທີ 5 ມິຖຸນາ, ສະພາແຫ່ງຊາດ ສືບຕໍ່ຊັກຖາມທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ດາວງອັກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.

        ນະທີ່ນີ້, ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ວາ 50 ຄົນກ່ຽວກັບບັນຫາກ່ຽວຂ້ອງເຖິງວຽກງານການຄຸ້ມຄອງທີ່ດິນຢູ່ບັນດານະຄອນໃຫຍ່; ສະພາບມົນລະພິດສິ່ງແວດລ້ອມ ແລະ ຄວບຄຸມການເຄື່ອນໄຫວປ່ອຍສິ່ງເສດເຫຼືອຂອງບັນດາວິສາຫະກິດ; ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດ, ທ້ອງຖິ່ນ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອຕອບຄຳຖາມຂອງ ສສຊ ກາວດິ່ງເທື່ອງ, ຄະນະ ສສຊ ແຂວງ ຟູ໋ເທາະ, ກ່ຽວກັບໂຄງການລົງທຶນ ແລະ ຮາກຖານການຜະລິດອຸດສາຫະກຳເຄື່ອນໄຫວແຕ່: ເຕັກໂນໂລຊີບຳບັດສິ່ງເສດເຫຼືອ, ນ້ຳເສຍທີ່ຫຼ້າຫຼັງ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ແລະ ມາດຕະການຂອງກະຊວງຊັບພະຍາກອນສິ່ງແວດລ້ອມກ່ຽວກັບບັນຫານີ້… ທ່ານ ລັດຖະມົນຕີ ເຈີ່ນຮົ່ງຮ່າ, ໃຫ້ຮູ້ວ່າ:

“ສະພາບການຕົວຈິງແມ່ນວິສາຫະກິດກ່ອນນີ້ຫຼາຍແຫ່ງຈາກວຽກງານການຄຸ້ມຄອງ, ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ການຕິດຕາມປະຕິບັດຍັງອ່ອນ, ກຳລັງຄວາມສາມາດຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມຍັງຕ່ຳ. ພວກຂ້າພະເຈົ້າໄດ້ຈັດແບ່ງວຽກງານສຳລັບບັນດາຂອບຂະໜາດ, ແຫລ່ງຖ່າຍເທ, ມອບໃຫ້ຂັ້ນໃດຄຸ້ມຄອງ… ການກຳແໜ້ນສະພາບການນີ້ຢ່າງຈະແຈ້ງທີ່ສຸດນັ້ນແມ່ນ: ກະຊວງຊັບພະຍາກອນສິ່ງແວດລ້ອມພວມມີຂັ້ນຕອນເພື່ອໃຫ້ບັນດາວິສາຫະກິດແກ້ໄຂ, ເມື່ອຮອດຈຸດເວລາທີ່ບໍ່ຕອບສະໜອງຄຳຮຽກຮ້ອງໄດ້ແມ່ນຈະປະຕິບັດມາດຕະການຢ່າງດັດຂາດ. ຊ້ຳບໍ່ໜຳ, ຈະປິດປະຕູວິສາຫະກິດຖາວອນຫາກບໍ່ແມ່ນການປິດປະຕູຊົ່ວຄາວອີກ.”

ກໍ່ໃນຕອນເຊົ້າມື້ນີ້, ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມຂອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢູງ ກ່ຽວກັບສະພາບການຕະຫຼາດແຮງງານໃນປະຈຸບັນ, ບັນຫາແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງຄົນງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດເຮັດວຽກຕາມສັນຍາ.

 (ແຫຼ່ງຄັດຈາກ VOV)


ສືບ​ຕໍ່​ສ້າງ​ສະ​ມ​າ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໝັ້ນຄົງເຂັ້ມ​ແຂງ​ຮອບ​ດ້ານ

ສືບ​ຕໍ່​ສ້າງ​ສະ​ມ​າ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໝັ້ນຄົງເຂັ້ມ​ແຂງ​ຮອບ​ດ້ານ

ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ໃຫຍ່ຫຼວງ, ເປົ້າ​ໝາຍ​ສູງ ແລະ ຄຳ​ຮຽກ​ຮ້ອງ​ທີ່​ຮີບ​ດ່ວນ​ທີ່​ສຸດ. ໃນ​ສະ​ພາບ​ການ​ນັ້ນ, ຄໍ​າ​ຮຽກ​ຮ້ອງທີ່ວາງ​ອອກ​ສຳ​ລັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ການປະ​ຕິ​ບັດ​ໜ້າ​ທີ່​ອັນ​ເປັນ​ມູນ​ເຊື້ອ​ໃຫ້​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ຄວນ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ແບບ​ວິ​ທີ​ເຄື່ອນ​ໄຫວ​ຢ່າງ​ແຂງແຮງ; ຍົກ​ສູງ​ຄຸນ​ນະ​ພາບ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ.

Top