• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ປ່ຽນໃໝ່,ພັດທະນາວິສາຫະກິດ


(ຍົກສູງກຳລັງແກ່ງແຍ້ງແຫ່ງຊາດແລະປ່ຽນໃໝ່,ພັດທະນາວິສາຫະກິດ)
 
      ຕອນ​ເຊົ້າ​ວັນ​ທີ 26/03, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ສົມ​ທົບ​ກັບ​​​​ຄະ​ນະ​ພັກ​ກຸ່ມວິ​ສາ​ຫະ​ກິດ​ສ​ູນ​ກາງ, ຫ້ອງ​ການ​ການ​ຄ້າ ແລະ ອຸ​ດ​ສາ​ຫະ​ກຳ​ຫວຽດ​ນາມ ແລະ ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ ​ໄດ້ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ແລະ ປ່ຽນ​ໃໝ່, ພັດ​ທະ​ນາ​ວິ​ສາ​ຫະ​ກິດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເວືອງ​ດິ່ງ​ເຮ້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາ​ງ​ຖື​ວ່າ: ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ມີ​​ຄວາມ​ກ່ຽວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ວິ​ສາ​ຫະ​ກິດ. ສະ​ນັ້ນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​​ບັນ​ດາອົງ​ການ, ກະ​ຊວງ, ຂະ​ແໜງ​ການ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ໄຈ້​ແຍກ, ຕີ​ລາ​ຄາ​ເຮັດ​ແຈ້ງ​ບັນ​ດາ​ກຸ່ມ​ບັນ​ຫາ ແລະ ບັນ​ດາ​ຂໍ​້ສະ​ເໜີແນະ, ມາດ​ຕ​ະ​ການ​ແກ້​ໄ​ຂ​. ຈາກນັ້ນ​ສືບ​ຕໍ່​ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ , ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່, ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ວິ​ສາ​ຫ​ະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ແລະ ວິ​ສາ​ຫະ​ກິດ​ເລີ່ມ​ສ້າງ​ອາ​ຊີບ​ຢູ່​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top