• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການໂຄສະນາເຜີຍແຜ່ພາບພົດ, ຊຸກຍູ້ການຄ້າ ລະຫ່ວາງ ອາຊຽນ ແລະ ບຣາຊິນ

      ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ, ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມຮວາ ໄດ້ແນະນຳກ່ຽວກັບ ອາຊຽນ ແລະ ບັນດາຂົງເຂດອາດຈະຮ່ວມມືກັບ ບຣາຊິນໃນໄລຍະຈະມາເຖິງ
ທ່ານ Carlos Alberto Franco França ລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ ກັບບັນດາທ່ານເອກອັກຄະລັດຖະທູດ
ອາຊຽນ ປະຈຳ ບຣາຊິນ (ພາບ:
 baoquocte.vn)
      ໃນຂອບເຂດການເຄື່ອນໄຫວຂອງ ຄະນະກຳມະການອາຊຽນ ປະຈຳ ບຣາຊິນ, ເພື່ອແນໃສ່ຍູ້ແຮງການໂຄສະນາເຜີຍແຜ່ພາບພົດ ກໍ່ຄືຊຸກຍູ້ການຄ້າ ລະຫວ່າງ ອາຊຽນ ແລະ ບຣາຊິນ. ວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ Brasilia ໄດ້ດຳເນີນກອງປະຊຸມທາງອອນລາຍລະຫວ່າງ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຫ້ອງການການຄ້າ ບັນດາປະເທດ ອາຊຽນ ກັບ 40 ບໍລິສັດນຳເຂົ້າ, ສົ່ງອອກ ແລະ ສະໜອງການບໍລິການຂອງລັດ Rio Grande do Sul.
            ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ, ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມຮວາ ໄດ້ແນະນຳກ່ຽວກັບ ອາຊຽນ ແລະ ບັນດາຂົງເຂດອາດຈະຮ່ວມມືກັບ ບຣາຊິນໃນໄລຍະຈະມາເຖິງລວມມີ: ການຄ້າ ແລະ ການລົງທຶນ, ກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາການ, ການປ້ອງກັນຊາດ, ເຕັກໂນໂລຢີ, ການຕ້ານການຄ້າມະນຸດ, ຄວາມປອດໄພໃນການເດີນເຮືອ. ໃນປີ 2020, ອາຊຽນ ແມ່ນຄູ່ຮ່ວມມືການຄ້າ ໃຫຍ່ອັນດັບທີ 3 ຂອງ ບຣາຊິນ ດ້ວຍການຄ້າສອງສົ້ນແມ່ນ 21 ຕື້ USD.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top